ກອງປະຊຸມ ດັ່ງກ່າວ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 14 ສິງຫາ 2017 ທີ່ຜ່ານມາ, ຂື້ນທີ່ ສະຖາບັນສາທາລະນະສຸກສາດ, ທີ່ນະຄອນຫລວງວຽງຈັນ. ການຮ່ວມມືຂອງ ສອງມະຫາ ວິທະຍາໄລ ຄື: ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ສປປ ລາວ ແລະ ມະຫາ ວິທະຍາໄລ ແມ່ຍິງ ອີວາ ແຫ່ງ ສາທາລະນະລັດ ເກົາຫລີ ໄດ້ຈັດຕັງໂຄງການສຳຫລວດ ກ່ຽວກັບຄວາມສ່ຽງຂອງພະຍາດບໍ່ຕິດຕໍ່ ຂອງ ປະຊາຊົນລາວ ແລະ ໃຫ້ສຸຂະສຶກສາແກ່ ປະຊາຊົນລາວ ໃນນະຄອນຫລວງວຽງຈັນ ແມ່ນເລີ່ມ ແຕ່ເດືອນ ເມສາ 2015 ເຖິງເດືອນ ທັນວາ 2016 ເຊີ່ງກິດຈະກຳ ປະກອບມີ ການໃຫ້ສຸກຂະສຶກສາ ປະຊາຊົນ ຢູ່ທີ່ບ້ານອຳມອນ ແລະ ບ້ານຫນອງທາເຫນືອ, ພ້ອມທັງໄດ້ເຮັດການເຜີຍແຜ່ ໂຄງການ ຈຳນວນ 4 ຄັ້ງ ທີ່ສວນເຈົ້າອານຸວົງ( ແຄມຂອງ) ເພື່ອເປັນການເສີມຂະຫຍາຍອັດຕາການເຜີຍແຜ່ຄວາມຮູ້ ແລະ ພາກປະຕິບັດຕົວຈິງ ໃຫ້ກວ້າງ ສູ່ປະຊາຊົນ,
ສອງມະຫາວິທະຍາໄລ ແມ່ນໄດ້ມີການສຶບຕໍ່ ໂຄງການໄລຍະ 2 ເຊີ່ງເລີ່ມ ນັບແຕ່ທ້າຍປີ 2016-2017 ໂດຍການເສີມສ້າງຄວາມເຂັ້ມແຂງ ແກ່ພະນັກງານສາທາລະນະສຸກ ຂັ້ນສູນກາງ ແລະ ຂັ້ນພື້ນຖານ, ໂດຍການອົບຮົມກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດບໍ່ຕິດຕໍ່ ແບບເຊື່ອມສານ ໃຫ້ແກ່ພະຍາບານ ທີ່ເຮັດວຽກກ່ຽວກັບວຽກງານປ້ອງກັນ ແລະ ສົ່ງເສີມສຸຂະພາບ ທີ່ມາຈາກໂຮງຫມໍມະໂຫສົດ, ເສດຖາທິລາດ, ໂຮງຫມໍເມືອງຈັນທະບູລີ, ໄຊເສດຖາ, ສີສັດຕະນາກ, ສິໂຄດຕະບອງ, ຫາດຊາຍຟອງ, ໄຊທານີ ແລະ ນາຊາຍທອງ. ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນສະຫນັບສະຫນູນ ຈາກອົງການ ກອຍກາ ແຫ່ງ ສາທາລະນະລັດ ເກົາຫລີ.
ຈຸດປະສົງຂອງໂຄງການ ແ່ມນເພື່ອໃຫ້ການອົບຮົມວິທີການຮັກສາສຸຂະພາບແບບເຊື່ອມສານ ໃຫ້ແກ່ເດັກຍິງ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ເຊີງຈະອິງຕາມຜົນຂອງການສຳພາດແບບລົງເລີກ ແລະ ການສຳຫລວດກ່ຽວກັບການສຶກສາ ການຮັກສາສຸຂະພາບແບບເຊື່ອມສານ ຂອງເດັກຍິງ ໃນ ສປປ ລາວ. ເພາະການເສີມສ້າງຄວາມເຂັ້ມແຂງ ໃນການຮັກສາສຸຂະພາບ ຂອງເດັກຍິງ ໂດຍການເຮັດກິດຈະກຳ ເປັນກຸ່ມ, ເຊີ່ງຈະຊ່ວຍໃຫ້ເຂົາເຈົ້າ ໄດ້ຮຽນຮູ້ເຖິງວິທີການແກ້ໄຂ ບັນຫາ ດ້ວຍຕົນເອງ. ການຈັດຕັ້ງປະຕິບັດ ໂຄງການ ເລີ່ມຈັດຕັ້ງມາແຕ່ເດືອນ ມີນາ 2017 ໄປຈົນເຖິງ ທ້າຍເດືອນທັນວາ 2019.
ໃຫ້ກຽດເປັນປະທານເປີດ ກອງປະຊຸມ ຄັ້ງນີ້ ທ່ານ ດຣ. ພູທອນ ວັງກອນວິໄລ ວ່າການ ອະທິການບໍດີ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ພ້ອມດ້ວຍຜູ້ຕາງຫນ້າຈາກ ມະຫາ ວິທະຍາໄລ ແມ່ຍີງ ອີວາ ແຫ່ງ ສາທາລະນະລັດ ເກົ່າຫລີ, ເຂົ້າຮ່ວມ ມີ ຄະນະບໍດີ ຄະນະຫລັງມະຫາວິທະຍາໄລ, ຄະນະບໍດີ ຄະນະພະຍາບານສາດ, ຄະນະບໍດີ ຄະນະເຕັກນິກການແພດ, ຄະນະບໍດີ ຄະນະເພສຊັດສາດ, ຄະນະບໍດີ ຄະນະທັນຕະແພດ, ຄະນະວິທະຍາສາດພື້ນຖານ, ພ້ອມກັນນັ້ນ ຍັງມາຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປີ່ນປົວ, ສູນສຸຂະພາບ ແມ່ ແລະ ເດັກ ແລະ ຈາກກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ຜູ້ຕາງຫນ້າອົງການ ກອຍກາ ແຫ່ງ ສາທາລະນະລັດ ເກົາຫລີ, ບັນດາຄູອາຈານ ແລະ ທີມງານ ຈາກ ມວສ, ລວມທັງຄະນະອຳນວຍການ ໂຮງຮຽນ ເປົ້າຫມາຍ 4 ໂຮງຮຽນ ເຂົ້າຮ່ວມ ຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ