ເນື່ອງຈາກສະພາບການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ສິ່ງແວດລ້ອມອຳນວຍຕໍ່ການຂະຫຍາຍຕົວຂອງພະຍາດໄຂລາຍ ສະນັ້ນວຽກງານຕ້ານ ແລະ ສະກັດກັ້ນພະຍາດໄຂຍຸງລາຍ ຫລື ໄຂ້ເລືອດອອກ ທຸກຄົນໃນສັ່ງຄວາມຕ້ອງມີສ່ວນຮ່ວມ ໃນການປ້ອງກັນເພື່ອບໍ່ໃຫ້ພະຍາດດັ່ງກ່າວ ເກີດຂື້ນກັບລູກຫລານຂອງທ່ານ ລວມທັງຕົວທ່ານເອງ. ແລະ ເມື່ອບໍ່ດົນມານີ້, ຫົວຫນ້າຂະແຫນງລະບາດວິທະຍາ, ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ໄດ້ອອກເຕືອນໃຫ້ປະຊາຊົນ ເຝົ້າລະວັງ ແລະ ປ້ອງກັນ ພະຍາດໄຂ້ເລຶອດອອກ ນັບແຕ່ຕົ້ນປີ ມານີ້ ມີຕົວເລກສະສົມ ຫລາຍກວ່າ 1,200 ຄົນ, ກວມເອົາເມືອງ ຈັນທະບູລີ, ສີສັດຕະນາກ, ປາກງື່ມ, ນາຊາຍທອງ ແລະ ຫາດໍາຍຟອງ ດ້ວຍເຫດຜົນດັ່ງກ່າວ ພະແນກສາທາລະນະສຸກ ຈີ່ງໄດ້ເລັງໃຫ້ແຕ່ລະຄອບຄົວ ເອົາໃຈໃສ່ຮັກສາຄວາມສະອາດ, ກຳຈັດແຫລ່ງເພາະພັນຂອງຍຸງລາຍ ຄຽງຄູ່ກັນນັ້ນ ແຕ່ລະບ້ານຄວນມີການຈັດຕັ້ງໃຫ້ມີອາສາສະຫມັກບ້ານ ໃນການຕິດຕາມຄວາມຫນາແຫນ້ນຊອງຫນອນນ້ຳຍຸງລາຍ ໂດຍການເອົາໃຈໃສ່ປະຕິບັດ 5 ປໍ ຄື:
- ປ ປິດ, ປິດຝາຊະນະນ້ຳໃຂ້ພາຍໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່.
- ປ ປຽນ, ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ນ້ຳຮອງຈອກນ້ຳ
ແລະ ອື່ນໆ.
- ປ ປ່ອຍ, ປ່ອຍປາຫາງນົກຍຸງ ເພື່ອກິນຫນອນນ້ຳຍຸງລາຍ
- ປ ປັບປຸງ, ໂດຍການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີ ກະໂປະ, ກະປ໋ອງ ຢາງຕິນລົດ ແລະ ອື່ນໆ ທີ່ມີນ້ຳຫົງຂັງ.
- ປ ປະຕິບັດ, ຄື: ປະຕິບັດໃຫ້ເປັນນິໃສ ແລະ ເຮັດເປັນປະຈຳໃນທຸກໆອາທິດ.
Editor: ກຳປານາດ ລັດຖະເຮົ້າ