ພິທີຈັດຝຶກອົບຮົມດ້ານສີມືແຮງງານ ກ່ຽວກັບການຂີດຢ່າງພາລາ ໃຫ້ປະຊາຊົນ ບ້ານຢຶບໃໝ່ ໄດ້ຈັດຂື້ນວັນທີ 10 ສິງຫາ 2017 ຜ່ານມານີ້, ທີ່ໂຮງຮຽນມັດທະຍົມຕອນຕົ້ນ, ບ້ານຢຶບໃໝ່ ເມືອງທ່າແຕງ, ແຂວງເຊກອງ, ໂດຍເປັນປະທານຂອງ ທ່ານ ຄໍາສອນ ກອນເຍີ ເລຂາພັກເມືອງ ເຈົ້າເມືອງທ່າແຕງ, ມີພະແນກກ່ຽວຂ້ອງ, ຫົວໜ້າ-ຮອງຫ້ອງການ, ຫົວໜ້າເຂດພັດທະນາ, ອົງການປົກຄອງບ້ານ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍປະຊາຊົນພາຍໃນບ້ານຢຶບໃໝ່ເຂົ້າຮ່ວມ.
ທ່ານ ສຸກັນ ຈັນສີປະເສີດ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ທ່າແຕງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງທ່າແຕງ, ວ່າດ້ວຍອະນຸມັດເປີດບັ້ນຝຶກອົບຮົມສີມືແຮງງານໃຫ້ແກ່ປະຊາຊົນ ບ້ານຢຶບໃໝ່, ອີກຢ່າງໜຶ່ງເປັນການຈັດຫາວຽກເຮັດງານທໍາໃຫ້ມີອາຊີບຄົງທີ່ໃຫ້ແກ່ປະຊາຊົນ ທີ່ຕິດພັນກັບແຜ່ນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ວາງອອກໃຫ້ປະກົດຜົນເປັນຈິງ. ທ່ານ ອົງຮຸ່ງ ຮອງອໍານວຍການບໍລິສັດ ຢາງກາວຊູ ແອວວີເອັຟ ປະຈໍາເມືອງ ທ່າແຕງ ໄດ້ຮຽກຮ້ອງໃຫ້ບັນດາທ່ານນັກສໍາມະນາກອນ ກໍ່ຄືປະຊາຊົນທີ່ເຂົ້າຮ່ວມຝຶກອົບຮົມ, ຜູ້ເຮັດການປະເມີນ ແມ່ນເປັນກິດຈະກຳໜຶ່ງໃນແຜນການຮ່ວມມື ກັບປະຊາຊົນພາຍໃນບ້ານ ໄດ້ມີການພັດທະນາສີມືແຮງງານ ແລະ ຈັດຫາງານ, ເຊິ່ງມີຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ແກ່ຄູພັດທະນາສີມືແຮງງານ ແລະ ຜູ້ທົດສອບສີມືແຮງງານ ການຂີດຢາງພາລາໃຫ້ກັບປະຊາຊົນ ນັບມື້ນັບເພີ່ມຂື້ນ. ການຈັດຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 20 ວັນ ຈິ່ງຈະສໍາເລັດ, ນັບແຕ່ວັນທີ 11 ເຖິງວັນທີ 29 ສິງຫາ 2017 . ຊຶ່ງການຝຶກອົບຮົມ ແມ່ນຈະເນັ້ນໜັກທາງດ້ານເຕັກນິກ, ການບົວລະບັດຮັກສາຕົ້ນຢາງພາລາ, ວັດຖຸປະສົງຂອງການປະເມີນສີມືແຮງງານ, ການທົດສອບ, ການອອກໃບຢັ້ງຢືນສີມືແຮງງານ ໃນເງື່ອນໄຂ, ລະບຽບ, ການດຳເນີນການທົດສອບ ແລະ ວິທີການໃຫ້ຄະແນນໃນການຂີດຢາງພາລາ (ລະດັບພື້ນຖານ) ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານ ປະເມີນສີມືແຮງງານໃນການເຂົ້າຂີດຢາງພາລາ
ໂອກາດນີ້ ທ່ານ ຄໍາສອນ ກອນເຍີ ເຈົ້າເມືອງທ່າແຕງ ໄດ້ກ່າວຄວາມຂອບໃຈ, ສະແດງຍ້ອງຍໍຊົມເຊີຍມາຍັງ ທ່ານ ອົງຮຸ່ງ ຮອງອໍານວຍການບໍລິສັດ ຢາງກາວຊູ ແອວວີເອັຟ (LVF) ປະຈໍາເມືອງທ່າແຕງ ທີ່ໄດ້ສະໜອງທືນຕ່າງໆເຂົ້າໃນການຝຶກອົບຮົມດ້ານສີມືແຮງງານຂີດຢາງພາລາ ໃຫ້ປະຊາຊົນບ້ານຢຶບໃໝ່ ໃນຄັ້ງນີ້, ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ ກໍ່ຄືນັກສໍາມະນາກອນທັງໝົດ ທີ່ເຂົ້າຮ່ວມຝຶກອົບຮົມດ້ານສີມືແຮງງານ ຄັ້ງນີ້ ຈົ່ງຕັ້ງໃຈຮໍ່າຮຽນເອົາທິດສະດີ, ບົດຮຽນ, ພາກປະຕິບັດຕົວຈິງ ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະ ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ ເຖິງວ່າໄລຍະຝຶກອົບຮົມໃຊ້ເວລາບໍ່ຫຼາຍກໍ່ຕາມ ຕ້ອງສຸ່ມຈິດສຸ່ມໃຈ ບວກກັບທ່າແຮງທີ່ເຮົາມີເຂົ້າໃນຝຶກອົບຮົມໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໄປພ້ອມກັນ
ທີມຂ່າວ ຖວທ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ