ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ໃຫ້ສຳພາດ ແກ່ສື່ມວນຊົນ ເຖິງຄວາມສຳຄັນຂອງເລຶອດ ແລະ ການບໍລິຈາກເລຶອດ, ພ້ອມທັງຂໍເຊີນຊວນ ມວນຊົນທົ່ວສັງຄົມ ເຂົ້າຮ່ວມບໍລິຈາກເລຶອດ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 67 ປີ. ( 13 ສິງຫາ 1950-13 ສິງຫາ 2017 ) ກີດຈະກຳບໍລິຈາກເລືອດ ຄັ້ງນີ້ ຈະໄດ້ຈັດຂື້ນ ໃນວັນທີ 15 ສິງຫາ 2017 ນີ້, ທີ່ສູນກາງແນວລາວສ້າງຊາດ, ນະຄອນຫລວງວຽງຈັນ. ນັບແຕ່ເວລາ 8:00 ເຊົ້າ ເຖິງ 16: 00 ແລງ.
Editor: ກຳປານາດ ລັດຖະເຮົ້າ