ໃນລະຫວ່າງ ວັນທີ 9-11 ສິງຫາ 2017 ນີ້ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ, ກົດຫມາຍວ່າດວຍການຕ້ານການຄ້າມະນຸດ ແລະ ປຶ້ມຄູ່ມືການກຳນົດຕົວ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຂື້ນຢູ່ທີ່ ລີສອດ ນາປ່າກວາງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ພາວິໄລ ຮອງເລຂາພັກ ຮອງຫົວຫນ້າຫ້ອງການກະຊວງສາທາລະນະສຸກ. ເຂົ້າຮ່ວມໃນຄັ້ງນີ້ ມີບັນດາທ່ານຄະນະໂຮງຫມໍ,ຄະນະສູນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງ ຂອງການຈັດກອງປະຊຸມເຜີຍແຜ່ວຽກງານຄວາມກ້າວຫນ້າຂອງແມ່ຍິງ ແລະ ວຽກແມ່-ເດັກ, ກົດຫມາຍວ່າດ້ວຍ ຕ້ານການຄ້າມະນຸດ ແລະ ປຶ້ມຄູ່ມືການກຳນົກຕົວ ຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານທີ່ກ່ຽວຂ້ອງ, ພະນັກງານແພດ ແລະ ຜູເຮັດວຽກບໍລິການ ໄດ້ເຂົ້າໃຈເຖິງພາລະບົດບາດ, ຄວາມຫມາຍ, ຄວາມສຳຄັນ, ລະບຽບການ,ຫລັກກການ ແລະ ກົດຫມາຍຕ້ານການຄ້າມະນຸດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຖືກຕ້ອງສອດຄ່ອງ ຕາມພາລະບົດບາດສິດ, ຫນ້າທີ່ໃນການເຄື່ອນໄຫວວຽກງານ ແລະ ການປະສານງານໃຫ້ໄດ້ຮັບປະສິດຕິຜົນຕາມລະດັບຄາດຫມາຍ. ສຳລັບນັກວິທະຍາກອນທີ່ສົ່ງຄວາມຮູ້ໃນເທື່ອນີ້ແມ່ນມາຈາກ ກົມຕຳຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ຂຶ້ນເຜີຍແຜ່ ກົດຫມາຍວ່າດ້ວຍ ການຕ້ານການຄ້າມະນຸດ ແລະ ປຶ້ມຄູ່ມືກຳນົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ການເຜີຍແຜ່ດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 3 ວັນ ຈິ່ີງໄດ້ອັດລົງ ດ້ວຍຜົນສຳເລັດດີງາມ.
Editor: ກຳປານາດ ລັດຖະເຮົ້າ