ໃນຕອນເຊົ້າຂອງ ວັນທີ 12 ສິງຫາ 2017 ນີ້, ທີ່ ສວນປະຕູໄຊ, ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດ ພິທີຍ່າງເພື່ອສຸຂະພາບຂື້ນ ເຊິ່ງເປັນໜຶ່ງໃນບັນດາກິດຈະກໍາ ທີ່ຈັດຂຶ້ນເພື່ອສະເຫລີມສະຫລອງວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກ ສ່ຽງໃຕ້ (ອາຊຽນ) ຄົບຮອບ 50 ປີ (8/8/1967-8/8/2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2017).
ໃຫ້ກຽດເຂົ້າຮ່ວມໃນພິທີຍ່າງເພື່ອສຸຂະພາບ ຄັ້ງນີ້ມີ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາອະດີດການນໍາ, ລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານ, ທະຫານ, ຕໍາຫຼວດ ຈາກບັນດາກະຊວງ ແລະ ຂະແໜງ ການຕ່າງໆທີ່ຮັບຜິດຊອບວຽກອາຊຽນ, ບັນດາເອກອັກຄະລັດຖະທູດ ແລະ ນັກການທູດປະເທດຕ່າງໆ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍມວນຊົນຊາວນະຄອນ ຫລວງວຽງຈັນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນພິທີກ່າວເປີດ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຢໍ້າເຖິງຄວາມຫມາຍສໍາຄັນຂອງວັນອາຊຽນ ໂດຍສະເພາະຜົນສໍາເລັດຂອງອາຊຽນຕະຫຼອດໄລຍະ 50 ປີທີ່ຜ່ານມາ ອັນໄດ້ນໍາມາສູ່ການປະກາດສ້າງຕັ້ງປະຊາຄົມອາຊຽນຢ່າງເປັນທາງການ ໃນວັນທີ 31 ທັນວາ 2015. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນ ຢ່າງຕັ້ງຫນ້າ ໃນທຸກໆຂົງເຂດການຮ່ວມມືພາຍໃຕ້ 3 ເສົາຄໍ້າ ປະຊາຄົມອາຊຽນ ແລະ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ ຈາກຂະບວນການສ້າງປະຊາຄົມອາຊຽນ ແລະ ພ້ອມຈະສືບຕໍ່ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ. ປີກາຍນີ້, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນຄັ້ງທີສອງ ແລະ ໄດ້ຮັບຜົນສໍາເລັດອັນຈົບງາມ ເຊິ່ງໄດ້ສົ່ງເສີມຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ. ການຈັດກິດຈະກໍາຍ່າງເພື່ອສຸຂະພາບຄັ້ງນີ້ ນອກຈາກເປັນການສະເຫລີມ ສະຫລອງ 2 ວັນສໍາຄັນດັ່ງກ່າວແລ້ວ, ຍັງເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ປວງຊົນລາວ ກ່ຽວກັບປະຊາຄົມອາຊຽນ ໂດຍລວມ.
Editor: ກຳປານາດ ລັດຖະເຮົ້າ