ທ່ານ ພູວົງ ບຸນຊູ ເລຂາຄະນະພັກຮາກຖານ ພະແນກກະສິກໍາ-ປ່າໄມ້ແຂວງ ວຽງຈັນ ກ່າວໃນກອງປະຊຸມດຳເນີນຊີວິດການເມືອງທົ່ວຄະນະພັກຮາກຖານ ພະແນກກະສິກໍາ-ປ່າໄມ້ ໃນວັນທີ 4-11 ສິງຫານີ້ ມາຮອດປະຈຸບັນນີ້ ແຂວງ ວຽງຈັນ ມີຄວາມອາດສາມາດໃນການຜະລິດສະບຽງອາຫານດີຂຶ້ນພໍສົມຄວນ ຊຶ່ງສະແດງອອກດ້ວຍບັນດາຕົວເລກມີເນື້ອທີ່ປູກເຂົ້າ 66.087 ເຮັກຕາ, ຜົນຜະລິດໄດ້ 2,94 ແສນໂຕນ ສະເລ່ຍໃຫ້ຫົວຄົນທົ່ວແຂວງ ໄດ້ 676 ກິໂລຕໍ່ຄົນຕໍ່ປີ ການປູກພືດສະບຽງປະຕິບັດໄດ້ 44,9 ພັນເຮັກຕາ ຜົນຜະລິດໄດ້ 3,8 ແສນ, ການຜະລິດຊີ້ນປາ, ໄຂ່ໄດ້ 25,3 ພັນໂຕນສະເລ່ຍໃສ່ຫົວຄົນ ໄດ້ 58 ກິໂລຕໍ່ຄົນຕໍ່ປີ.
ໃນຂະບວນການຜະລິດນັ້ນ ແຍກເປັນຕົວເລກສິນຄ້າຄື: ເຂົ້າ 1,21 ແສນໂຕນ, ມູນຄ່າ 280 ຕື້ກວ່າກີບ, ພືດ ສົ່ງອອກ 40,7 ພັນໂຕນ, ມູນຄ່າ 6 ລ້ານ ກວ່າໂດລາ ຢາງພາລາ 7.181 ໂຕນມູນ ຄ່າ 1 ລ້ານກວ່າໂດລາ ສາລີຫວານປ້ອນໂຮງງານ 1.468 ໂຕນ, ມູນຄ່າ 1.615 ລ້ານກີບ, ສາລີແຂງ 6.860 ໂຕນ, ມູນຄ່າ 2.572 ລ້ານກີບ, ມີສັດລ້ຽງທີ່ນຳເຂົ້າໂຮງຂ້າສັດຄວາຍ 4.480 ໂຕ, ມູນຄ່າ 26,8 ຕື້ລ້ານກີບ, ງົວ 8.721 ໂຕ, ມູນຄ່າ 30,5 ຕື້ລ້ານກີບ ໝູ 16.960 ໂຕ, ມູນຄ່າ 25,4 ຕື້ກີບ, ສິນຄ້າຈາກປ່າໄມ້ທຳມະຊາດ, ໄມ້ສວນປູກ ແລະ ເຄື່ອງປ່າຂອງດົງມູນຄ່າ 5 ຕື້ກ່ວາກີບ.
Editor: ຕະວັນ ແສງສະຫວັນ