ໃນເມື່ອບໍ່ດົນນີ້ ຄະນະບໍລິຫານງານຊາວໜຸ່ມ ແຂວງ ສາລະວັນ ນໍາໂດຍທ່ານ ຈັນສີລອນ ສີສົມບູນ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ ສາລະວັນ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ປະຊາຊົນ ທີ່ປະສົບເຄາະຮ້າຍທີ່ເກີດຈາກອັກຄີໄພ ຈຳນວນ 37 ຄອບຄົວ, ມີ 31 ຫຼັງຄາເຮືອນ ຢູ່ທີ່ບ້ານ ອາຊິງໃຕ້ ເມືອງ ສະໝ້ວຍ ແຂວງ ສາລະວັນ, ເຄື່ອງທີ່ນໍາໄປມອບມີ ຜ້າຫົ່ມ, ສາດ, ເຄື່ອງນຸ່ງຫົ່ມຜູ້ໃຫຍ່ ແລະ ເດັກນ້ອຍ, ເຫັກຕະປູ, ເຄື່ອງອຸປະໂພກ, ບໍລິໂພກ ຈຳນວນໜຶ່ງ ພ້ອມເງິນສົດຈຳນວນ 3 ລ້ານກວ່າກີບ ເຄື່ອງທີ່ນຳມາມອບແມ່ນໄດ້ຈາກການລະດົມຈາກພາກລັດ, ພາກເອກະຊົນ ແລະ ບຸກຄົນ ລວມມູນຄ່າການຊ່ວຍເຫຼືອໃນຄັ້ງນີ້ 22 ລ້ານກວ່າກີບ ເປັນກຽດຮັບໂດຍທ່ານ ບຸນນາມ ປັນຍາຈັກ ຄະນະປະຈຳພັກເມືອງ ປະທານກວດກາເມືອງສະໝ້ວຍ ເຊິ່ງເຄຶ່ອງທີ່ນໍາມາມອບຄັ້ງນີ້ແມ່ນຄັ້ງທີ 2 ເພື່ອຊ່ວຍເຫຼືອ ແລະ ແກ້ໄຂບັນເທົາທຸກໃຫ້ພໍ່ແມ່ປະຊາຊົນ ບ້ານ ອາຊິງໃຕ້. ເມືອງສະໝ້ວຍ ແຂວງ ສາລະວັນ.
Editor: ດາວໄຊ ສີວິໄລ