ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ເປັນໂຄງການທີ່ຮ່ວມມືກັນຂອງ 3 ສາຂາຫຸ້ນ ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2014 ມີກໍາລັງການຕິດຕັ້ງທັງໝົດ 290 ເມກາວັດ, ມາຮອດປະຈຸບັນ ມີຄວາມຄືບໜ້າແລ້ວ 68.40% ຄາດວ່າຈະໃຫ້ສໍາເລັດໃນຕົ້ນປີ 2019
ທ່ານ ວິໄລຮັກ ສົມສຸລິວົງ ຫົວໜ້າວຽກງານສັງຄົມເຂື່ອນໄຟຟ້ານໍ້າງຽບ 1 ໃຫ້ສຳພາດວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ຕັ້ງຢູ່ເຂດບ້ານຫາດຢື້ນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເລີ່ມກໍ່ສ້າງ ແຕ່ເດືອນກັນຍາ 2014 ມີການລົງທຶນທັງໝົດ 800 ລ້ານກວ່າໂດລາສະຫະລັດ, ໄລຍະການສຳປະທານ 27 ປີ, ພາຍໃຕ້ການຄວບຄຸມການກໍ່ສ້າງ ແລະ ດຳເນີນງານຂອງ ບໍລິສັດໄຟຟ້ານໍ້າງຽບ 1 ເຊິ່ງປະກອບມີ 3 ສາຂາຫຸ້ນຄື ບໍລິສັດຄັນໄຊ ການໄຟຟ້າແຫ່ງປະເທດຍີ່ປຸ່ນ, ບໍລິສັດການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ລັດວິສາຫະກິດຖືຫຸ້ນລາວ.
ການກໍ່ສ້າງມາຮອດປະຈຸບັນປະຕິບັດໄດ້ແລ້ວ 68.40% ແລະ ຄາດວ່າຈະໃຫ້ໄດ້ນໍາໃຊ້ກະແສໄຟຟ້າຢ່າງເປັນທາງການໃນທ້າຍເດືອນມັງກອນ ປີ 2019 ນີ້. ປັດຈຸບັນທາງໂຄງການໄດ້ສຸມໃສ່ ການຍົກຍ້າຍເຮືອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຂື່ອນ ມີ 4 ບ້ານຄື: ບ້ານນໍ້າຢວກ, ບ້ານໜອງ, ບ້ານສົບພວນ ແລະ ບ້ານຫ້ວຍປາມ້ອມ ເມືອງຮົ່ມ ແຂວງໄຊສົມບູນ, ຄາດວ່າຈະໄດ້ຍົກຍ້າຍອອກໃຫ້ສຳເລັດໃນທ້າຍປີ 2017 ນີ້.
ເຊິ່ງບໍລິສັດໄດ້ຊອກບ່ອນຢູ່ໃໝ່ໃຫ້ປະຊາຊົນທີ່ ບ້ານຫ້ວຍສູບ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປັນສະຖານທີ່ໂຄງການຈັດສັນໃຫ້, ໂດຍໂຄງການຈະສະໜອງເຮືອນຢູ່ແບບຖາວອນ, ໂຮງຮຽນ, ສຸກສາລາປະຈຳບ້ານ, ຕະຫລາດ, ຄິວລົດ ແລະ ອື່ນໆເພື່ອອຳນວຍຄວາມສະດວກ ໃຫ້ກັບປະຊາຊົນທີ່ຖືກຜົນກະທົບ, ພ້ອມນັ້ນຍັງຈະຊ່ວຍມ້າງເຮືອນ, ຂົນສົ່ງໄມ້ເຮືອນໄປຮອດສະຖານທີ່ພັກເຊົາໃໝ່, ຈະມີການອຸດໜູນອາຫານໃນໄລຍະ 3 ເດືອນຫລັງໄປພັກອາໄສ, ມີທີມງານສົ່ງເສີມຄອບຄົວດ້ອຍໂອກາດ.
Editor: ຕະວັນ ແສງສະຫວັນ