ເພື່ອເປັນການສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຕົນ ແລະ ຄອຍຄົວ ສາມາດແກ້ໄຂໄດ້ຄວາມທຸກຍາກ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມ ກັບບໍລິສັດ ໄອຈ໋ອບ ນຳໂດຍ ທ່ານ ບິຢາ ຢາທໍ່ຕູ້ ຄະນະເລຂາສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຫົວໜ້າກົມພັດທະນາວິຊາຊີບ ໄດ້ລົງເຄື່ອນໄຫວເຮັດວຽກກັບຄະນະຊາວໜຸ່ມແຂວງ ສາລະວັນ ໂດຍສະເພາະກໍ່ແມ່ນຂະແໜງພັດທະນາວິຊາຊີບຫ້ອງການຊາວໜຸ່ມແຂວງ ສາລະວັນ.
ການລົງເຄື່ອນໄຫວເຮັດວຽກຂອງກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄັ້ງນີ້ ກໍ່ເພື່ອມອບເງິນທຶນໝູນວຽນກູ້ຍືມແບບບໍ່ມີດຶກເບ້ຍຈາກໂຄງການ: ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ 1 ທຶນ ໃນຈຳນວນເງິນ 10 ລ້ານກີບ ໃຫ້ແກ່ ນາງ ດາວັນ ເວດສະພົງ ຊາວໜຸ່ມບ້ານ ທ່າເມືອງເຊ ເມືອງສາລະວັນ ແຂວງສາລະວັນ ເຊິ່ງແມ່ນຊາວໜຸ່ມຜູ້ທຸກຍາກ, ດ້ອຍໂອກາດ ແລະ ເປັນຜູ້ທີ່ຮຽນຈົບຈາກສູນຝຶກອົບຮົມວິຊາຊີບຕັດຫຍິບຈາກສູນ ດອນບອສໂກ-ມາອິນ ແລະ ເປັນຜູ້ທີ່ມີມາດຖານເງື່ອນໄຂການໃຫ້ທຶນຂອງໂຄງການດັ່ງກ່າວ ເຊິ່ງທຶນດັ່ງກ່າວແມ່ນຈະໄດ້ສົ່ງຄືນເປັນ 3 ໄລຍະໃນແຕ່ລະປີ ກໍານົດ 3 ປີ ໂດຍບໍ່ມີດອກເບ້ຍ ຫຼັງຈາກນັ້ນໃນວັນດຽວກັນ ກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍຕົວແທນຈາກບໍລິສັດ ໄອຈ໋ອບ ໄດ້ລົງໂຄສະນາເຜີຍແຜ່ທີ່ໂຮງຮຽນເຕັກນິກວິຊາຊີບແບບປະສົມເຊເສັດ ກ່ຽວກັບການຝຶກອົບຮົບສືມືແຮງງານ, ແນະນໍາການຊອກວຽກເຮັດງານທຳ ແລະ ການຈັດສົ່ງຫາງານຢູ່ພາຍໃນ ແລະ ຕ່າງປະເທດທີ່ຖືກຕ້ອງຕາມລະບຽບກົດໝາຍ.
Editor: ຕະວັນ ແສງສະຫວັນ