ເພື່ອເປັນການສະເຫລີມສະຫລອງ ຄົບຮອບ 25 ປີ ການເປັນຄູ່ຮ່ວມອາຊຽນ-ອິນເດຍ ແລະ ຄົບຮອບ 50 ປີຂອງສ້າງຕັ້ງອາຊຽນ, ສະພາການຄ້າ ແລະ ອຸດ ສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະຖານທູດອິນເດຍ ປະຈຳລາວ ຈັດກອງປະຊຸມສະພານັກທຸລະກິດອາຊຽນ-ອິນເດຍຂຶ້ນ.
ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ໃນປີ 2017 ນີ້ ເປັນປີສະເຫຼີມສະຫຼອງ ຄົບຮອບ 25 ປີ ການສ້າງຕັ້ງສາຍພົວພັນອາຊຽນ-ອິນເດຍ, ກອງປະຊຸມສຳມະນາແບບນີ້ແມ່ນຈັດແຈກຢາຍຢູ່ບັນດາປະເທດສະມາຊິກອາຊຽນ ແລະ ອິນເດຍ ທັງຂົງເຂດການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳ ເຊິ່ງກອງປະຊຸມຄັ້ງນີ້ ສະພານັກທຸລະກິດອາຊຽນ-ອິນເດຍ ພ້ອມດ້ວຍຄະນະຜູ້ແທນຈາກປະເທດອິນເດຍ ແລະ ປະເທດອາຊຽນ ທີ່ມີຄວາມສຳຄັນຫຼາຍ ເພື່ອຈະຊ່ວຍເປີດໂອກາດດ້ານການກ້າຮ່ວມກັນ ໂດຍສະເພາະແມ່ນແຕ່ລະປະເທດຈະມີທ່າແຮງດ້ານໃດທີ່ຈະສາມາດຮ່ວມທຸລະກິດນຳກັນໄດ້ ແລະ ພາບລວມແລ້ວການຄ້າລາວ-ອິນເດຍ ກໍ່ມີລັກສະນະເພີ່ມຂຶ້ນ ເຊິ່ງສະແດງອອກໃນປີ 2011 ມູນຄ່າການຄ້າລະຫວ່າງ ສອງປະເທດບັນລຸ 75 ລ້ານໂດລ້າສສະຫະລັດ ທັງສອງເບື້ອງທັງການນຳເຂົ້າ ແລະ ສົ່ງອອກ ແລະ ມາຮອດປີ 2016 ບັນລຸປະມານ 200 ລ້ານໂດລາ ຂອງ ຂາອອກ-ຂາເຂົ້າ ທັງສອງປະເທດ, ສຳລັບສິນຄ້າທີ່ພວກເຮົາສົ່ງອອກສ່ວນຫຼາຍແມ່ນປະເພດແຮ່ທາດ, ທອງ, ຄຳ, ກົ່ວ, ຊືນ, ຢາງພາລາ ແລະ ວັດຖຸໄມ້ສຳເລັດຮູບ. ສ່ວນສິນຄ້າທີ່ພວກເຮົານຳເຂົ້າເຫຼັກ, ກົນຈັກ, ວັດສະດຸ, ເຄື່ອງອະໄຫຼ່ຕ່າງໆເປັນຕົ້ນ.
ກອງປະຊຸມໄດ້ຈັດຂຶ້ນ ໃນວັນທີ 7 ສິງຫາ ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ປະລິນຍາເອກ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຮາບິດ ໂມຮຳເມດ ຄຣາວຮູຣີ ປະທານສະພາອາຊຽນ-ອິນເດຍ ສປປປ ລາວ, ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ພ້ອມດ້ວຍພາກການນຳທັງສອງປະເທດ, ນັກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
Editor: ດາວໄຊ ສີວິໄລ