ລັດຖະບານຢີ່ປຸ່ນໄດ້ສະໜັບສະໜູນ ແລະ ໃຫ້ທຶນຊ່ວຍເຫຼືອລ້າໃນດ້ານການພັດທະນາພື້ນຖານໂຄງລ່າງການສຶກສາ ໂດຍຜ່ານອົງການໄຈກ້າປະຈຳລາວ ເພື່ອປະຕິບັດໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນ ແລະ ເປັນການຍົກລະດັບພັດທະນາຊັບພະຍາກອນມະນຸດ ແລະ ຊຸມຊົນຢູ່ 3 ແຂວງພາກໃຕ້ຄື: ສາລະວັນ, ເຊກອງ ແລະ ແຂວງອັດຕະປື. ປະກອບມີທຶນກໍ່ສ້າງອາຄານຮຽນ 44 ແຫ່ງ ໃນມູນຄ່າທັງໝົດ 8 ລ້ານກວ່າໂດລາສາຫະລັດ ຫຼື ປະມານ 64 ຕື້ກວ່າກີບ, ໃນນັ້ນ: ແຂວງ ສາລະວັນ 23 ແຫ່ງ, ແຂວງ ເຊກອງ 12 ແຫ່ງ ແລະ ແຂວງອັດຕະປື 12 ແຫ່ງ ທ່ານ ໂຢຊິຮາຣຸ ໂຍເນຢາມາ ຜູ້ຕ່າງໜ້າອົງການໄຈກ້າ (JICA) ປະຈຳ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການວ່າ: ອາຄານຮຽນ 44 ແຫ່ງນີ້ ແມ່ນເປັນໂຮງຮຽນມັດທະຍົມ, ເປັນອາຄານຊັ້ນດຽວຖາວອນ ແລະ ມີເອກະລັກໜື່ງດຽວຄື: ຫຼັງຄາມຸງດ້ວຍກະເບື້ອງສີຟ້າ, ກຳແພງສີຂາວ, ມີຫ້ອງຮຽນທັງໝົດ 250 ຫ້ອງ, ຫ້ອງການຄູອາຈານ 21 ຫ້ອງ, ຫ້ອງນໍ້າ 36 ຫ້ອງ, ຫ້ອງສະໜຸດ ແລະ ອື່ນໆ.
ໃນນັ້ນຢູ່ແຂວງສາລະວັນ ມີ 23 ແຫ່ງ(ມີ 2 ບ້ານໄດ້ຮັບທັງ 2 ງວດ), ແຂວງ ເຊກອງ 12 ແຫ່ງ ແລະ ແຂວງອັດຕະປື 12 ແຫ່ງ ລວມມູນຄ່າ 8.026 ພັນກວ່າໂດລາສະຫະລັດ ຫຼື ປະມານ 64 ຕື້ກວ່າກີບ. ສຳລັບຢູ່ແຂວງ ສາລະວັນ ໂຄງການດັ່ງກ່າວແມ່ນໄດ້ເລີ່ມແຕ່ປີ 2008 ເຖີງ 2016 ມີ 2 ງວດຄື: ງວດທີ 1 ມີ 5 ຕົວເມືອງ, ມີ 13 ບ້ານ ແລະ ມີ 13 ແຫ່ງ ມູນຄ່າ 2 ລ້ານກວ່າໂດລາສະຫະລັດ ແລະ ໄລຍະທີ 2 ມີ 5 ຕົວເມືອງ, ມີ 12 ບ້ານ ໄດ້ຮັບໂຄງການກໍ່ສ້າງໂຮງຮຽນ ຈຳນວນ 12 ແຫ່ງ ມີມູນຄ່າ 1 ລ້ານກວ່າໂດລາສະຫະລັດ, ສຳລັບໂຮງຮຽນມັດທະຍົມບ້ານໜອງໃສ ເມືອງ ສາລະວັນ ມີອາຄານຮຽນ 4 ຫຼັງ, ຊັ້ນດຽວ ມີມູນຄ່າການກໍ່ສ້າງ 2 ແສນກວ່າໂດລາສະຫະລັດ. ໄລຍະຜ່ານມາອົງການໄຈກ້າ ປະເທດຢີ່ປຸ່ນໃຫ້ທຶນສະໜັບສະໜູນເຂົ້າໃນການຊ່ວຍເຫຼືອສ້າງໂຮງຮຽນ ຕາມໂຄງການປັບປຸງສະ ພາບແວດລ້ອມຂອງໂຮງຮຽນມັດທະຍົມສຳເລັດແລ້ວ 95 ແຫ່ງ ຢູ່ແຂວງ ຈຳປາສັກ ແລະ ແຂວງສະຫວັນນະເຂດ. ພິທີມອບຮັບໂຮງຮຽນພາຍໃຕ້ໂຄງການປັບປຸງສະພາບແວດລ້ອມໂຮງຮຽນມັດທະຍົມ ໄດ້ຈັດຂຶ້ນໃນທ້າຍອາ ທິດຜ່ານມານີ້ ຢູ່ບ້ານໜອງໃສ ເມືອງ ແລະ ແຂວງສາລະວັນ, ເຊີ່ງມອບໃຫ້ບັນດາ 3 ແຂວງພາກໃຕ້ຄື: ສາລະວັນ, ເຊກອງ ແລະ ແຂວງອັດຕະປື, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ມີ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາສັງຄົມແຂວງ, ທ່ານ ທາເກຊິ ຮິກິຮາຊາ ເອກອັກຄະລັດຖະທູດປະເທດຢີ່ປຸ່ນປະຈໍາລາວ ແລະ ມີບັນດາຄະນະນຳຂັ້ນເມືອງເຊກອງ, ອັດຕະປື ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ, ຄູອາຈານ ແລະນັກຮຽນເຂົ້າຮ່ວມ.
Editor: ດາວໄຊ ສີວິໄລ