ຍ້ອນຂົງເຂດວັດທະນະທໍາຂອງແຂວງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃນການອະນຸຮັກ ແລະ ພັດທະນາວັດທະ ນະທຳໃຫ້ຄົງຢູ່ກັບປະຊາຊົນທ້ອງຖິ່ນຕະຫຼອດໄປຈິ່ງເອົາວຽກງານດັ່ງກ່າວສອດຮ້ອຍນຳທິດ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ຕິດພັນກັບການສ້າງຄອບຄົວພັດທະນາ, ບ້ານ ແລະ ກຸ່ມບ້ານວັດທະນະທໍາໂດຍໃນ 6 ເດືອນຜ່ານມາເຮັດໃຫ້ແຂວງສາມາດສ້າງຄອບຄົວວັດທະນະທໍາໄດ້ລື່ນແຜນທີ່ກໍານົດໄວ້.
ໃນໄລຍະຜ່ານມາພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຜົ້ງສາລີ ໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບວຽກງານວັດທະນະທຳ ໂດຍສະແດງອອກໃນການປະສານສົມທົບກັບພາກສ່ວນກ່ຽວ ຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເພື່ອປະຕິບັດວຽກງານດັ່ງກ່າວຕາມທິດຊີ້ນຳຂອງຂັ້ນເທິງຢ່າງເຄັ່ງຄັດ ຊຶ່ງເຫັນໄດ້ວ່າໃນໄລຍະ 6 ເດືອນຕົ້ນປີ 2017 ແຂວງໄດ້ ປະກາດຮັບຮອງບ້ານວັດທະນະທຳໄດ້ທັງໝົດ 12 ບ້ານ, ທຽບໃສ່ແຜນການສາມາດບັນລຸໄດ້ 37,50%, ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາເພີ່ມຂຶ້ນ 3 ບ້ານ ເທົ່າກັບ 33,33%, ຄອບຄົວວັດທະນະທໍາ 943 ຄອບຄົວ, ມາ ຮອດປັດຈຸບັນທົ່ວແຂວງມີບ້ານວັດທະນະທຳ 143 ບ້ານ, ກວມ 27,24%, ຂອງຈໍານວນບ້ານທັງ ໝົດໃນທົ່ວແຂວງ, ຄອບຄົວວັດ ທະນະທຳ 10.998 ຄອບຄົວ, ລື່ນແຜນການ 3,55%, ກວມ 26,24%, ຂອງຈໍານວນຄອບຄົວທັງໝົດໃນທົ່ວແຂວງ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 1.497 ຄອບຄົວ ຫຼື ເທົ່າ ກັບ 15,76%.
ໃນ 6 ເດືອນທ້າຍປີ 2017, ພະແນກຖະແຫລ່ງຂ່າວວັດຖະນາທຳ ແຂວງຜົ້ງສາລີຮ່ວມກັບຂະແໜງການກ່ຽວຂ້ອງຈະເພີ່ມທະວີຄວາມເອົາໃຈໃສ່ເພື່ອສືບຕໍ່ປົກປັກຮັກສາ, ກໍ່ສ້າງ ແລະ ເສີມຂະຫຍາຍຄອບຄົວ, ບ້ານ ແລະ ກຸ່ມບ້ານວັດທະນະທຳໃຫ້ນັບມື້ເພີ່ມຂຶ້ນ, ສູ້ຊົນສ້າງບ້ານວັດທະນະທຳໃຫ້ໄດ້ 23 ບ້ານ ແລະ ຄອບຄົວ
Editor: ຕະວັນ ແສງສະຫວັນ