ກະຊວງສຶກສາທິການ ແລະ ກິລາ ຢືນຢັນວ່າ ສົກປີ 2017-2018 ນີ້ ຈະຮັບເອົານັກສຶກສາ ເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຕ່າງໆ ໃນທົ່ວປະເທດ ປະມານ 11.000 ກວ່າຄົນ ຂະນະທີ່ປີນີ້ ມີນັກຮຽນສອບເສັງຈົບ ມ7 ປະມານ 60.000 ກວ່າຄົນ ແລະ ໄດ້ລົງທະບຽນສອບເສັງ ຢ່າງເປັນທາງການປະມານ 18.000 ກວ່າຄົນ.
ເຈົ້າໜ້າທີ່ຈາກກົມພັດທະນາ ຊັບພະຍາກອນມະນຸດ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດເຜີຍໃຫ້ຮູ້ ໃນວັນທີ 8 ສິງຫາ 2017 ນີ້ ວ່າ: ລັດຖະບານ ໄດ້ພິຈາລະນາຮັບເອົາ ຕົວເລກປະມານ 11.000 ກວ່າຄົນ ເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆ ທົ່ວປະເທດ ສົກປີ 2017-2018 ໃນນັ້ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ປະມານ 6.000 ຄົນ, ສ່ວນທີ່ເຫລືອແມ່ນແບ່ງປັນໃຫ້ ມະຫາວິທະຍາໄລສຸພານຸວົງ ແຂວງ ຫລວງພະບາງ, ມະຫາວິທະຍາໄລຈໍາປາສັກ, ມະຫາວິທະຍາໄລ ສະຫວັນນະເຂດ. ຖ້າປຽບທຽບກັບຕົວເລກ ຮັບເອົານັກຮຽນສໍາລັບສົກປີ 2016-2017 ມີພຽງແຕ່ 10.000 ຄົນ ໝາຍຄວາມວ່າເພີ່ມຂຶ້ນ 1.000 ກວ່າຄົນ ໃນສົກປີ 2017-2018 ເຫດຜົນຍ້ອນວ່າ ຢູ່ມະຫາວິທະຍາແຫ່ງຕ່າງໆ ໄດ້ເພີ່ມຄະນະ ແລະ ຫລັກສູດໃໝ່ຂຶ້ນ ຈຶ່ງຈໍາເປັນຕ້ອງເພີ່ມຕົວເລກຂຶ້ນຕື່ມ.
ແນວໃດກໍດີ ໃນຈໍານວນນັກຮຽນສອບເສັງຈົບ ມ7 ປີນີ້ ມີຕົວເລກສູງເຖິງ 60.000 ກວ່າຄົນ ແຕ່ມະຫາວິທະຍາໄລແຫ່ງຕ່າງໆ ສາມາດຮັບຮອງໄດ້ພຽງແຕ່ 11.000 ກວ່າຄົນ ແລະ ຍັງເຫລືອປະມານ 49.000 ຄົນ ຄາດວ່າອາດໄປສອບເສັງເຂົ້າຮຽນ ໃນລະດັບວິທະຍາໄລ ແລະ ໂຮງຮຽນວິຊາຊີບ.
Editor: ດາວໄຊ ສີວິໄລ