ຕອນເຊົ້າວັນທີ 6 ສິງຫາ 2017 ພາຍຫຼັງທີ່ເກີດໄພພິບັດທາງທໍາມະຊາດນໍ້າຖ້ວມພາຍໃນເທດສະບານແຂວງອຸດົມໄຊ ດ້ວຍຄວາມເປັນຫວງເປັນໄຍຂອງການນຳແຂວງອຸດົມໄຊ ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງອດົມໄຊພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຢ້ຽມຢາມເບີ່ງຄວາມສຸກທຸກຂອງປະຊາຊົນທີ່ໄດ້ຮັບຜນກະທົບ ເພື່ອກວດກາ ຕິດຕາມປະເມີນຜົນເສຍຫາຍ ແລະ ໃຫ້ກຳລັງໄຈແກ່ປະຊາຊົນທີ່ໄດ້ຮັບເຄາະຮ້າຍ.
ຈາກການລາຍງານຂໍ້ມູນເບື້ອງຕົ້ນ ມີເຮືອນຂອງປະຊາຊົນຖືກພັດໄຫຼຫຼາຍຫຼັງ ເສົາໄຟຟ້າຫັກລົ້ມຈຳນວນຫຼາຍຕົ້ນ ສ່ວນເສັ້ນທາງເລກສອງຕາເວັນຕົກ(ເມືອງໄຊ - ເມືອງແບງ,ເມືອງຮຸນ ແລະ ປາກ ແບງ) ແມ່ນເປັນອຳມະພາດ ຂົວຖືກຕັດຂາດ ດິນເຊາະເຈື່ອນຖົມທາງເກືອບ 20 ຈຸດປະຈຸບັນພາກສ່ວນທີ່ກ່ຽວຂ້ອງພວມສຸມໃສ່ ເກັບກໍາຂໍ້ມູນຄວາມເສຍຫາຍ.
ດັ່ງນັ້ນຈື່ງຮຽກຮ້ອງໃຫ້ປະຊາຊົນທີ່ຈະເດີນທາງຈາກເມືອງໄຊ ຫາ ເມືອງແບງ ປາກແບງ ຫຼືຈາກປາກແບງ ເມືອງຮຸນ ແລະ ເມືອງແບງ ຈະມາເມືອງໄຊ ແມ່ນບໍ່ສາມາດໄປມາໄດ້ໃນໄລຍະ ວັນທີ 6 ສິງຫານີ້ ຄາດວ່າຈະໃຫ້ສໍາເລັດໃນວັນທີ 7 ສິງຫານີ້ ທີ່ສໍາຄັນໃຫ້ຕິດຕາມສະພາບການຢ່າງເປັນປົກກະຕິ ອີກດ້ານໜື່ງສຳລັບຜູ້ທີ່ອາໄສຢູ່ໃນຈຸດທີ່ມີຄວາມສ່ຽງຕ້ອງມີສະຕິລັງວັງຕົວ ເກັບມ້ຽນເຄືື່ອງຂອງໄປໄວ້ທີ່ປອດໄພ ພ້ອມທັງຕິດຕາມຂ່າວສະພາບດິນຟ້າອາກາດໃຫ້ເປັນປົກກະຕິ.ມາຮອດປັດຈຸບັນກໍໄດ້ສຸມກຳລັງທະຫານ ຕຳຫຼວດເຂົ້າໃຫ້ການຊ່ວຍເຫຼືອໃນການເກັບມ້ຽນຊາກສະລັກຫັກພັງ ສຸມໃສ່ເກັບກຳຂໍ້ມູນຢ່າງລະອຽດ ແລະ ພວມດຳເນີນການແກ້ໄຂຢູ່ໃນຄະນະນີ້ ເພື່ອເຮັດໃຫ້ສະພາບການຄືນສູ່ປົກກະຕິ.
Editor: ຕະວັນ ແສງສະຫວັນ