ເມື່ອບໍ່ດົນມານີ້, ຢູ່ທີ່ ບ້ານສົມສະຫວາດ, ເມືອງວັງວຽງ ແຂວງວຽງຈັນ. ໄດ້ມີການມອບເຄື່ອງຊ່ວຍເຫຼືອໃນໂຄງການນ້ຳດື່ມ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ, ມີ ທ່ານ ວູ ຟາງ ມິງ ຫົວໜ້າວິຊາການກວດວຽກ ຂອງບໍລິສັດ ພາວເວີໄຊນາ. ມີອຳນາດການປົກຄອງບ້ານສົມສະຫວາດ ເຂົ້າຮ່ວມ.
ບ້ານສົມສະຫວາດ ມີຈໍານວນພົນລະເມືອງທັງໝົດ 1.352 ຄົນ, ຍິງ 633 ຄົນ. ມີ 213 ຫຼັງຄາເຮືອນ, ມີ 288 ຄອບຄົວ, ແລະ ມີ 4 ຊົນເຜົ່າຄື: ລາວລຸ່ມ,. ອິວມຽນ, ກຶມມຸ, ມົ້ງ. ອີງຕາມການສະເໜີຂອງອຳນາດການປົກຄອງບ້ານສົມສະຫວາດ ໂດຍຜ່ານອຳນາດການປົກຄອງເມືອງວັງວຽງ ກ່ຽວກັບການສະເໜີນຳ ບໍລິສັດພາວເວີໄຊນາ ໃນການກໍ່ສ້າງໂຄງການ ນ້ຳດື່ມ ( ລະບົບນ້ຳລິນ ) ເພື່ອແກ້ໄຂ ນ້ຳທີ່ບໍ່ພໍໃຊ້ ແລະ ມີຄວາມຈຳເປັນໃນການນຳໃຊ້ຊີວິດການເປັນຢູ່-ໃນຄົວເຮືອນ.
ການມອບເຄື່ອງໃນຄັ້ງນີ້ ມີທໍ່ ຈໍານວນ 1,500 ແມັດ ແລະ ຂໍຕໍ່ທໍ່ຈຳນວນໜຶ່ງ ລວມມູນຄ່າ 26 ລ້ານກີບ, ໃຫ້ກຽດກ່າວມອບໂດຍ ທ່ານ ວູ ຟາງ ມິງ ຫົວໜ້າວິຊາການກວດວຽກຂອງບໍລິສັດ ພາວເວີໄຊນາ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆວັງວຽງ. ຈາກນັ້ນທາງອໍານາດການປົກຄອງເມືອງວັງວຽງ ກໍ່ໄດ້ມອບໃບສົມມະນາຄຸນເພື່ອເປັນການຂອບໃຈທີ່ທາງ ບໍລິສັດ ພາວເວີໄຊນາໃຫ້ການຊ່ວຍເຫຼືອໃນຄັ້ງນີ້ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ