ບໍລິສັດ ແອລວີ ອິມແມັຊ ( LV IMEX ) ຂາອອກ-ຂາເຂົ້າ ຮ່ວມກັບ ບໍລິສັດ ສະເຕັບຟານີ ແປດແປດແປດ ເອັສ ເອ ເສັສ ( STEPHANIE 888 SAS ) ໄດ້ຈັດຈັດງານຖະແຫລງຂ່າວເປີດໂຕເຄື່ອງດື່ມປະເພດ (ວາຍ) ທີ່ນຳເຂົ້າຈາກປະເທດ ຝຣັ່ງ ໂດຍເປັນວາຍທີ່ມີລົດຊາດແຊບ ເພື່ອເຮັດໃຫ້ຕະຫລາດວາຍ ໃນປະເທດເຮົາ ໄດ້ເຕີບໂຕ ແລະ ໃນເບື້ອງຕົ້ນແມ່ນຈະໄດ້ວາງຈຳຫນ່າຍ ໃນນະຄອນຫລວງວຽງຈັນ ກ່ອນ, ແລະ ຫລັງຈາກນັນ ຈິ່ງຄ່ອຍໆ ຂະຫຍາຍອອກໄປທີ່ຕ່າງແຂວງ.
ພິທີຖະແຫລງຂ່າວ ຄັ້ງນີ້ ໄດ້ຈັດຂື້ນ ທີ່ຮ້ານອາຫານອິນທາວ ໃນຕອນຄ່ຳວັນທີ 8 ສິງຫາ 2017 ທີ່ຜ່ານມາ, ໂດຍໃຫ້ກຽດຕັດແຖບຜ້າ ເປີດໂຕເຄື່ອງດື່ມ ປະເພດວາຍ ນຳເຂົ້າຈາກປະເທດຝຣັ່ງ ມີ ທ່ານນາງ ແສງຟ້າ ທິນນະກອນ ຜູ້ອຳນວຍການ ບໍລິສັດ ແອລວີ ຂາອອກ-ຂາເຂົ້າ ຈຳກັດ, ແລະ ທ່ານນາງ ສະເຕັບຟານີ້ ຜູ້ອຳນວຍການ ບໍລິສັດ ສະເຕັບຟານີ້ 888 ໂດຍມີບັນດາແຂກວິໄອພີ ທີ່ກ່ຽວຂ້ອງ ທັງ 2 ຝ່າຍ ເຂົ້າຮ່ວມ ຢ່າງພ້ອມພຽງ.
ພາຍໃນງານຄັ້ງນີ້, ທ່ານ ສຸລະໄຊ ປິສັນທະນະກຸນ ປະທານ ບໍລິສັດ ແອລວີ ອິມແມັຊ( LV IMEX ) ຂາອອກ-ຂາເຂົ້າ ຈຳກັດ ໄດ້ເປີດເຜີຍຕໍ່ສື່ຂ່າວວ່າ: ຜູ້ຜະລິດ(ວາຍ) ແມ່ນ ບໍລິສັດ ສະເຕັບຟານີ ແປດແປດແປດ ເອັສ ເອ ເສັສ ( STEPHANIE 888 SAS ) ເຊິ່ງເປັນວາຍທີ່ມີຄຸນນະພາບ ຢູ່ທີ່ປະເທດຝຣັ່ງ ທີ່ມີລາຄາບໍ່ແພງ. ບໍລິສັດ ດັ່ງກ່າວ ໄດ້ຮ່ວມມືກັບ ບໍລິສັດ ແອລວີ ອິມແມັຊ ( LV IMEX ) ຂາອອກ-ຂາເຂົ້າ, ເປົ້າຫມາຍເພື່ອເພີ່ມຕະຫລາດວົງການ ວາຍ ເຕີບໂຕໃນພາກພື້ນເອເຊຍ, ໃນໄລຍະຜ່ານມາ ບ້ານເຮົາຕະຫລາດວາຍ ໄດ້ເຕີບໂຕ ເປັນກ້າວໆ, ສະເພາະການຮ່ວມມືໃນ ຄັ້ງນີ້ ເບື່ອງຕົ້ນ ແມ່ນຈະໄດ້ຈຳຫນ່າຍ ພາຍໃນປະເທດ ແລະ ຫລັງຈາກນັ້ນ ຍັງມີແຜນຂະຫຍາຍຕະຫລາດ ໄປຍັງປະເທດເພື່ອນບ້ານຕື່ມອີກ, ແລະ ຈຸດເດັ່ນ ຜະລິດຕະພັນເຄື່ອງດື່ມ (ວາຍ) ຄື: ເປັນວາຍທີ່ມີຄຸນນະພາບ, ລາຄາບໍ່ແພງ ເຊີ່ງສາມາດຕອບສະຫນອງລູກຄ້າ ໄດ້ຫລາຍລະດັບ ຕາມຄວາມຕ້ອງການ.
Editor: ກຳປານາດ ລັດຖະເຮົ້າ