ໃນວັນທີ 9 ສິງຫາ 2017 ຜ່ານມານີ້, ເຂດເທດສະບານແຂວງອຸດົມໄຊ ແລະ ຢູ່ຕາມເສັ້ນທາງບ້ານອ້ອມຮອບ ເມືອງໄຊ ຊົມເຊີຍກຳລັງຊາວໜຸ່ມ, ທະຫານ, ຕໍາຫຼວດ, ພະນັກງານພະແນກການອ້ອມຂ້າງ ແຂວງອຸດົມໄຊ ໄດ້ລົງຊ່ວຍເຫຼືອ ອະນາໄມ ເກັບມ້ຽນເສດຊາກ ເຮັດຄວາມສະອາດ, ປັບປຸງແປງເສົາໄຟ ພາຍໃນຕົວເມືອງທີຖືກຜົນກະທົບໄພທຳມະຊາດນໍ້າຖວມ ການທຳຄວາມສະອາດຄັງນີ້ ແມ່ນໄດ້ລົງໃນເຂດບ້ານຫ້ວຍຂຸມ ແລະ ບ້ານນາສ້າວ, ເມືອງໄຊ ແຂວງອຸດົມໄຊ. ສ່ວນໃຫຍ່ ແມ່ນມີດິນຕົມທີ່ທັບຖົມຈາກການຊູທັ່ງມານຳກະແສນ້ຳ, ໂດຍສະເພາະແມ່ນກິ່ງໄມ້-ງ່າໄມ້, ຢູ່ຕາມທາງ, ຂົວ, ຕາມຮ່ອງລະບາຍນ້ຳສອງຂ້າງທາງ, ທາງຮ່່ອມ-ທາງຊອຍ ໃນບ້ານ.
Editor: ກຳປານາດ ລັດຖະເຮົ້າ