ໃນວັນທີ 10 ສິງຫາ ນີ້, ຢູ່ທີ່ສຳນັກງານສູນກາງ ແນວລາວສ້າງຊາດ ໄດ້ມີພິທີປາຖະກາຖາ ວັນສ້າງຕັ້ງແນວລາວສ້າງຊາດ ( 13 ສິງຫາ 1950- 13 ສິງຫາ 2017 ຄົບຮອບ 67 ປີ.) ແລະ ວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 26 ປີ ( 15 ສິງຫາ 1991-15 ສິງຫາ 2017 ) ໃຫ້ກຽດເປັນປະທານປາຖະກາຖາ ໃນຄັ້ງນີ້ ຈາກທ່ານ ຕົງ ເຢີທໍ່ ກຳມະການສູນກາງແນວລາວສ້າງຊາດ, ຫົວຫນ້າຄະນະທິ່ປຶກສາວຽກງານຊົນເຜົ່າ. ເຂົ້າຮ່ວມຮັບຟັງ ມີບັນດາຄະນະບໍລິຫານງານ, ຮອງປະທານ, ພະເຖລະ-ນຸເຖລະ ກຳມະການສູນສູນກາງແນວລາວ, ຫົວຫນ້າກົມ-ຮອງກົມ, ຫົວຫນ້າພະແນກການຕ່າງໆ, ພະນັກງານລັດຖະກອນ ພາຍໃນສູນກາງ ແລະ ອ້ອມຂ້າງ ເຂົ້າຮ່ວມຮັບຟັງ 100 ກວ່າທ່ານ.
ເນື່ອງໃນໂອກາດ ຄົບຮອບ 67 ປີ ແຫ່ງການສ້າງຕັ້ງແນວລາວສ້າງຊາດ ທ່ານ ຕົງ ເຢີທໍ່ ໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ ສະໄຫມ,. ອົງການແນວລາວສ້າງຊາດ ແຕ່ລະຂັ້ນໄດ້ຕັງຫນ້າສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຕີ ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະຫນາ ແລະ ເພດໄວ ໃນວົງຄະນະຍາດແຫ່ງຊາດ ບົນພື້ນຖານພັດທະນາກຳມະກອນ-ຊາວນາ ພາຍໃຕ້ການຊີ້ນຳຂອງພັກ, ເຕົ້າໂຮມທຸກກຳລັງ ການຈັດຕັ້ງສັງຄົມ ຢ່າງກວ້າງຂວາງ, ເຂົ້າຮ່ວມປະຕິບັດສອງຫນ້າທີ່ຍຸດທະສາດຂອງພັກ, ເສີມຂະຫຍາຍສິດເສລີພາບ ປະຊາທິປະໄຕ ຂອງພົນລະເມືອງ, ແກ້ໄຂແນວຄິດ ລະຫວ່າງເຜົ່າ, ດ້ວຍການປະສານສົມທົບ ກັບອົງການຈັດຕັ້ງພັກ-ລັດ, ການຈັດຕັ້ງພາຄີ ໃນການສຶກສາອົບຮົມມູນເຊື້ອຂອງຊາດ-ຂອງພັກ, ມີການຈັດຕັງກອງປະຊຸມເຈົ້າກົກເຈົ້າເລົ່າ ລະດັບຕ່າງໆ ໃນທົ່ວປະເທດ. ສູນກາງແນວລາວສ້າງຊາດ ໄດ້ມີການພົວພັນຮ່ວມມືກັບ ອົງການຈັດຕັ້ງແນວໂຮມ ແລະ ອົງການຈັດຕັງທີ່ກ່ຽວຂ້ອງ ຂອງບັນດາປະເທດເພື່ອມິດຍຸດທະສາດ, ປະເທດເພື່ອມິດ, ປະກອບສ່ວນຢ່າງຕັ້ງຫນ້າໃນການປະຕິບັດນະໂຍບາຍ ການຕ່າງປະເທດຂອງພັກ ເພີ່ມມິດ-ຫລຸດຜ່ອນສັດຕູ ມີການພົວພັນຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນດ້ານວິຊາການ, ວຽກງານບຳລຸງສ້າງພະນັກງານ ນັບແຕ່ຂັ້ນສູນກາງ ລົງຮອດທ່ອງຖີ່ນ. ສັງລວມແລ້ວ ພາຍຫລັງປະເທດຊາດ ຮັບການປົດປ່ອຍສົມບູນ ພັກເຄື່ອນໄຫວເປີດເຜີຍ ມີອົງການລັດ ປະຕິບັດບົດບາດຄຸ້ມຄອງບໍລິຫານ, ສຳລັບອົງການແນວລາວສ້າງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ, ແນວລາວສ້າງຊາດ ຮ່ວມກັບອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ຕ່າງໆ ແມ່ນໄດ້ຍົກສູງບົດບາດໃນການເຕົ້າໂຮມກ້ອນກຳລັງສາມັກຄິປອງດອງ ທົ່ວປວງຊົນ, ໂຄສະນາສຶກສາອົບຮົມ ປະຊາຊົນ ຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຈອງປະຊາຊົນ, ສຶຍຕໍ່ປະຕິບັດ 2 ຫນ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະຕິບັດແນວທາງປ່ຽນແປງໃຫມ່ ຢ່າງຮອບດ້ານ ແລະ ມີຫລັກການຂອງພັກ, ປູກລະດົມຂະບວນການແກ້ໄຂຄວາມທຸກຍາກ, ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ສ້າງບ້ານ-ກຸ່ມບ້ານພັດທະນາ, ຍູ້ແຮງວຽກງານ 3 ສ້າງ ແລະ ສ້າງເງື່ອນໄຂໃຫ້ແກ່ການນຳພາປະເທດຊາດ ຫລຸດພົ້ນສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2020. ແລະ ໃນພິທີປາຖະກາຖາ ຄັ້ງນີ້ ເພື່ອຢັ້ງຢືນເຖິງຜົນງານຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ, ພັກ ແລະ ລັດຖະບານ ໄດ້ຕົກລົງຍ້ອງຍໍແນວລາວສ້າງຊາດ ຢ່າງສົມກຽດ ຄື: ໃຫ້ໄດ້ຮັບຫລຽນຄຳແຫ່ງຊາດ ຈຳນວນ 2 ຫນ່ວຍ ແລະ ຮັບຫລຽນດາວຄຳ ຈາກພັກ-ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ ຈຳນວນຫນຶ່ງ.
Editor: ກຳປານາດ ລັດຖະເຮົ້າ