ບໍລິສັດ ລາວເດີນອາກາດ ຫລື ລາວສະກາຍເວ ໄດ້ເຕີບໂຕຢ່າງແຂງແຮງໃນຊຸມປີ ເທົ່າໃດມານີ້ ໂດຍສະເພາະນັບແຕ່ການເປີດຖ້ຽວບິນແບບເໝົາລໍາ ໄປສູ່ບັນດາແຂວງຕ່າງໆ ພາຍໃນປະເທດ ເຊິ່ງມີກະແສຕອບຮັບທີ່ດີຫລາຍ. ແລະ ຫລ້າສຸດໃນວັນທີ 8 ສິງຫາ 2017 ຜ່ານມານີ້ ບໍລິສັດ ດັ່ງກ່າວໄດ້ພິທີວາງສິລາລຶກກໍ່ສ້າງສຳນັກງານໃຫຍ່ຫຼັງໃຫມ່ແບບງຽບໆ ແລະ ເປັນອາຄານຫລັງໃຫຍ່ກວ່າເກົ່າ 10 ຊັ້ນ ຈາກເດີມບໍລິສັດດັ່ງກ່າວຕັ້ງຢູ່ສະຫນາມບິນ ກອງທັບອາກາດ ແລະ ຕໍ່ມາໄດ້ມາຢູ່ເສັ້ນເຕ 2.
ໃນໄລຍະຫລາຍ 10 ຜ່ານມາ ບໍລິສັດ ລາວສະກາຍ ໄດ້ເຕີບໃຫຍ່ຂະຫຍາຍຕົວດ້ວຍປະລິມານ ແລະ ຄຸນນະພາບ ຄືໃນອະດີດນັ້ນມີພຽງແຕ່ເຮືອບິນເຮລິຄອບເຕີ ໃຫ້ບໍລິການແບບເຊົ່າເຫມົາລໍາ, ຂົນສົ່ງສິນຄ້າ ແລະ ບໍລິການປະຊາຊົນ ຈາກສູນກາງຈົນຮອດທ້ອງຖິ່ນ ນອກຈາກນັ້ນ ມີເຮືອບິນວາຍຂະຫນາດນ້ອຍ ໃນນັ້ນລູກຄ້າຫລັກບໍ່ຄໍາເຊໂປນ, ການບິນສໍາຫລວດເນື້ອທີ່ ແລະ ອື່ນໆ.
ປັດຈຸບັນນີ້ ລາວສະກາຍມີທຶນເພີ່ມຂຶ້ນຈົນຕັດສິນໃຈ ຊື້ເຮືອບິນອາເຕແອ ເຂົ້າບໍລິການລູກຄ້າແບບກ້າວກະໂດດ.
ການເປີດເຜີຍລາຍລະອຽດຂອງໂຄງການກໍ່ສ້າງອາຄານຫລັງໃຫມ່ ແມ່ນຍັງບໍ່ທັນເປີດເຜີຍ ວ່າຈະໃຊ້ເງິນຫລາຍປານໃດ ແລະ ປີໃດຈະໃຫ້ສຳເລັດ ແຕ່ຈາກຮູບແບບທັນສະໄຫມ ສູງ10 ຊັ້ນ ກໍຈະເປັນວົງເງິນສູງສົມຄວນ.
Editor: ກຳປານາດ ລັດຖະເຮົ້າ