ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ປັດຈຸບັນ, ພາກສ່ວນກ່ຽວຂ້ອງຕ່າງໆ ໃນແຂວງອຸດົມໄຊ ໄດ້ລົງເກັບກໍາຂໍ້ມູນຄວາມເສຍຫາຍ ຈາກໄພທໍາມະຊາດ ທີ່ເກີດຂຶ້ນເມື່ອທ້າຍອາທິດຜ່ານມານີ້, ຊຶ່ງຕາມການເກັບກໍາຂໍ້ມູນລ້າສຸດ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ອຸດົມໄຊ ໃນ 2 ວັນກ່ອນນີ້ ໃຫ້ຮູ້ວ່າ: ໄພນໍ້າຖ້ວມຄັ້ງນີ້ ໄດ້ສົ່ງກະທົບເສຍຫາຍຕໍ່ຊີວິດ ແລະ ຊັບສິນ ເປັນຈໍານວນບໍ່ໜ້ອຍ ຄື:
- ບ້ານນາໝີ ມີເຮືອນປະຊາຊົນ 13 ຫລັງຖືກເປ່ເພ ແລະ ມີເຂົ້າເປືອກເສຍຫາຍຫລາຍກວ່າ 7 ໂຕນ, ພ້ອມມີເນື້ອທີ່ນາເສຍຫາຍຫລາຍກວ່າ 1 ເຮັດຕາ,
- ບ້ານຖ້ຽວ ມີປະຊາຊົນເກືອບ 120 ຄອບຄົວ, ມີພົນລະເມືອງ 580 ກວ່າຄົນ ໄດ້ຮັບຜົນກະທົບ, ພ້ອມເນື້ອທີ່ນາຫລາຍກວ່າ 12 ເຮັກຕາ ເສຍຫາຍ,
- ບ້ານຫ້ວຍຂຸນ ມີເກືອບ 50 ຄອບຄົວ, ພົນລະເມືອງ 200 ກວ່າຄົນ ໄດ້ຮັບຜົນກະທົບ, ມີເຮືອນ 8 ຫລັງ ຖືກນໍ້າພັດໄຫລໄປ ແລະ ຫລາຍກວ່າ 20 ຫລັງ ໄດ້ຮັບການເປ່ເພ, ພ້ອມມີເນື້ອທີ່ນາ ຫລາຍກວ່າ 1 ເຮັກຕາ ເສຍຫາຍ,
- ບ້ານຖິ່ນ ມີເຮືອນ 15 ຫລັງ ຖືກເປ່ເພ ແລະ ມີປະຊາຊົນ 80 ກວ່າຄົນໄດ້ຮັບຜົນກະທົບ,
- ບ້ານກອນແກ່ນ ມີເຮືອນປະຊາຊົນ 50 ກວ່າຫລັງໄດ້ຖືກເປ່ເພ, ປະຊາຊົນຫລາຍກວ່າ 230 ຄົນ ໄດ້ຮັບຜົນກະທົບ ແລະ ມີຜູ້ເສຍຊີວິດ 1 ຄົນ, ພ້ອມມີເນື້ອທີ່ການຜະລິດເສຍຫາຍຫລາຍກວ່າ 20 ເຮັດຕາ,
ນອກຈາກນີ້ຍັງມີ ບ້ານວັງໄຮ ແມ່ນມີ 7 ຫລັງຄາເຮືອນ, ພົນລະເມືອງ 40 ກວ່າຄົນ,
ບ້ານລ້ອງກໍມີ 1 ຫລັງຄາເຮືອນ ແລະ ບ້ານນາຫວານນ້ອຍມີ 33 ຫລັງຄາເຮືອນຖືກເປ່ເພ ແລະ ມີປະຊາຊົນຫລາຍກວ່າ 200 ຄົນ ໄດ້ຮັບຜົນກະທົບ ແລະ ລວມຜົນເສຍຫາຍທັງໝົດໃນເບື້ອງຕົ້ນຕົກຢູ່ປະມານ 3,5 ຕື້ກີບ. ນອກຈາກນີ້ ຍັງມີເສົາໄຟຟ້າເສຍຫາຍຫລາຍສີບຕົ້ນ, ລະບົບຊົນລະປະທານ, ຄອງເໝືອງ ແລະ ເສັ້ນທາງຫລາຍຈຸດ ຖືກຕັດຂາດ ເຮັດໃຫ້ບໍ່ສາມາດສັນຈອນໄປມາໄດ້, ເຊິ່ງພາກສ່ວນກ່ຽວຂ້ອງຂອງແຂວງ ໄດ້ລະດົມກໍາລັງ ປກສ-ປກຊ ເຂົ້າຊ່ວຍເຫລືອປະຊາຊົນ ຜູ້ໄດ້ຮັບຜົນກະທົບ, ພ້ອມທັງເລັ່ງສ້ອມແປງສຸກເສີນວຽກງານພື້ນຖານໂຄງລ່າງ ຈຸດທີ່ເສຍຫາຍເປ່ເພ ເພື່ອໃຫ້ສາມາດກັບຄືນສູ່ສະພາບປົກກະຕິໂດຍໄວ.
Editor: ກຳປານາດ ລັດຖະເຮົ້າ