ໃນຕອນເຊົ້າຂອງວັນທີ 9 ສິງຫາ 2017 ນີ້ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈາກຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ໃຫ້ກຽດຢ້ຽມຢາມຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຊຽງຂວາງ. ໂດຍການຕ້ອນຮັບຈາກຄະນະ ຫ້ອງການ ທີ່ກ່ຽວຂ້ອງ
ພ້ອມດຽວກັນນັ້ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍ່ໄດ້ລົງຢ້ຽມຢາມສະ ໜາມເກັບກູ້ລະເບີດບໍ່ທັນແຕກ ທີ່ ບ້ານຍວນທອງ, ເມືອງແປກ ເພື່ອຮັບຊົມການປະຕິບັດວຽກງານພາກສະໜາມ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງຊຽງຂວາງ.
ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ກໍໄດ້ບີບທໍາລາຍລະເບີດບໍ່ທັນແຕກໃນສະໜາມ ດ້ວຍມືຂອງທ່ານເອງອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ