ຄລີນິກ ຮັກເວລເນສ ຜິວພັນ ແລະ ຄວາມງາມ ແມ່ນອີກຫນຶ່ງສະຖານທີ່ບໍລິການ ແລະ ໃຫ້ຄຳປຶກສາດ້ານຜິວພັນ ແລະ ຄວາມງາມ ດັ່ງນັ້ນ, ມາໃນວັນທີ 6 ສິງຫາ 2017 ນີ້ ຄລີນິກ ຮັກເວລເນສ ຜິວພັນ ແລະ ຄວາມງາມ ແມ່ນໄດ້ຈັດພິທີເປີດ ຢ່າງເປັນທາງການ, ທີ່ບ້ານໂພນເຄັງ, ຫນ່ວຍ 39 ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໂດຍມີບັນດາແຂກວີໄອພີ, ແຂກຖືກເຊີນ, ລວມທັງລູກຄ້າ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານນາງ ວາດສະຫນາ ພົນມະນີ ແລະ ທ່ານນາງ ພີມວິໄລ ຈັນນທະລາດ ຜູ້ບໍລິຫານ ຄິລນິກ ຮັກເວລເນສ ຜິວພັນ ແລະ ຄວາມງາມ ກ້າວວ່າ: ການເປີດທຸລະກິດດ້ານຜິວພັນ ແລະ ຄວາມງາມ ເນື່ອງຈາກໃນປະຈຸບັນ ແມ່ຍີງຫລາຍທ່ານແມ່ນ ມີຄວາມຕ້ອງການຄວາມງາມທາງດ້ານຜິວພັນ ແລະ ຫນ້າຕາ ເປັນພິເສດ ເຊີ່ງທຸລະກິດນີ້ ແມ່ນຈະຕອບໂຈດໄດ້ ແລະ ເຂົ້າເຖິງສິ່ງທີ່ແມ່ຍີງຕ້ອງການ ໄດ້ເຕັມທີ່. ການເປີດບໍລິການດ້ານ ຄລີນິກ ຮັກເວລເນສ ຜິວພັນ ແລະ ຄວາມງາມ ແມ່ນໃຫ້ບໍລິການຫລາຍໆຢ່າງ ເຊັ່ນ: ການປັບຮູບຫນ້າ, ຮ້ອຍແຫ່ວ, ຮອຍໂຢນ, ຮອຍໄຫມ້, ຜິວຂາວ, ຫນ້າໃສ, ຫມາກຫນ້າ, ຮັກສາສິວ, ຮັກສາຝ້າ, ກຣະ, ໄຝ ແລະ ລຶບຮອຍຂີ້ແມງວັນ ແລະ ອື່ນໆ. ເຮັດໃຫ້ໃບຫນ້າມີຄວາມສວຍງາມ. ນອກຈາກນັ້ນ ຍັງໃຫ້ຄຳປຶກສາດ້ານສຸຂະພາບ ແລະ ຄວາມງາມ ໂດຍທ່ານຫມໍ ແພດຍິງ ທີ່ມີປະສົບການສູງ ໃນການໃຫ້ຄຳປຶກສາ ແລະ ບໍລິການ ພ້ອມກັນນັ້ນຍັງຮັບປະກັນດ້ານຄວາມປອດໄພ ອຸປະກອນ ແລະ ຢາ ທີ່ມີຄຸນນະພາບ ຜ່ານການຮັບຮອງຈາກ ສະພາການແພດ ແຫ່ງປະເທດໄທ ແລະ ອຢ. ຈາກປະເທດໄທ
ທ່ານໃດ ສົນໃຈ ດ້ານຜິວພັນ ແລະ ຄວາມງາມ ສາມາດເຂົ້າໄປປຶກສາໄດ້ ເຊີ່ງຄລີນິກ ຕັ້ງຢູ່ ຫນ່ວຍ 39 ບ້ານໂພນເຄັງ ເມືອງໄຊເສດຖາ ຫລື ມາທາງຕັດໃຫມ່ ໃກ້ກັບ ທາດຫລວງວຽງຈັນ . ທ່ານສາມາດ ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີ່ມ ໄດ້ທີ່ເບີໂທລະສັບ 020 55598939 ຫລື ສາມາດເຂົ້າເບີ່ງ ເຟສບຸກໄດ້ huk wellness.
Editor: ກຳປານາດ ລັດຖະເຮົ້າ