ກອງປະຊຸມດຳເນີນຊີວິການເມືອງປັບປຸງປົວແປງພັກ ຂອງຄະນະພັກຮາກຖານ ພະແນກກະສິກຳ-ປ່າໄມ້ແຂວງວຽງຈັນ ປີ 2017 ໄດ້ໄຂຂຶ້ນໃນ ລະຫວ່າງ ວັນທີ 7 ສິງຫາ - 11 ສິງຫາ 2017 ນີ້ ທີ່ສະໂມສອນຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອຸ່ນແສງ ແກ້ວດາວັນ ຄະນະປະຈຳພັກແຂວງ ວຽງຈັນ ຜູ້ຊີ້ນຳບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຂັ້ນແຂວງ ມີບັນດາສະຫາຍໃນຄະນະພັກ ເລຂາຫນ່ວຍພັກ ພ້ອມສະມາຊິກພັກ ເຂົ້າຮ່ວມ
ການດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ມີຄວາມໝາຍຄວາມສຳຄັນທີ່ສຸດ ເພາະມັນ ແມ່ນມູນເຊື້ອ ແລະ ທັງແມ່ນຫຼັກການນຳພາຂອອງພັກ ທີ່ຖືແນວທາງມະຫາຊົນເປັກນກົກ ໂດຍມີການໝູນໃຊ້ລັດທິ ມາກ-ເລນິນ ເປັນທິດເຍືອງທາງ, ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນເພື່ອປັບປຸງ, ປົວແປງ ແລະ ເຊີດຊູຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ, ທັງແມ່ນຄວາມຈຳເປັນພາວະວິໄສຂອງພັກເຮົາ ໃນພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນການເປີດປະຕູເພື່ອເຊື່ອມໂຍງກັບສາກົນ. ເຮັດໃຫ້ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງທົ່ວພັກຄັ້ງນີ້ເລິກເຊິ່ງເຖິງຖອງ, ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ, ສິ່ງທ້າທາຍພາຍໃນພັກ, ສ້າງພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຕາມທິດທີ່ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ໄດ້ກຳນົດໄວ້. ສູ້ຊົນພັດທະນາແຂວງວຽງຈັນ ໃຫ້ເປັນຫົວໜ່ວຍຍຸດທະສາດ ແລະ ພັດທະນາຮອບດ້ານແຕ່ນີ້ຮອດປີ 2020 ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກແຂວງວາງອອກ.
ກອງປະຊຸມດຳເນີນຊີວິການເມືອງ ປັບປຸງປົວແປງພັກ ຂອງຄະນະພັກຮາກຖານພະແນກກະສິກຳ ແຂວງວຽງຈັນ, ໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 05 ວັນ, ຊຶ່ງ ຈະໄດ້ພ້ອມກັນເຊື່ອມຊຶມເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈາກນັ້ນ,ຈະໄດ້ພ້ອມກັນສະຫຼຸບຕີລາຄາວຽກງານຮອບດ້ານຂອງຄະນະພັກຮາກຖານພະແນກກະສິກຳ ເພື່ອເປັນບ່ອນອີງໃຫ້ແກ່ການສຳຫຼວດບຸກຄົນ ໃນຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກຂື້ນກັບ ແລະ ຈະໄດ້ພ້ອມກັນຂຽນໃບສໍາຫຼວດ, ແບ່ງໜ່ວຍ, ຜ່ານ ແລະ ປະກອບຄໍາເຫັນໃສ່ບົດສໍາຫຼວດບຸກຄົນ, ທັງໝົດກໍເພື່ອໃຫ້ ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ພ້ອມກັນຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງໃຫ້ສົມເປັນຄະນະນໍາ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນຳຂອງແຂວງ ກໍ່ຄືສູນກາງພັກ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແຂວງວຽງຈັນ
ຂອບໃຈ ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ