ວັນ 6 ສິງຫາ 2017 ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງອດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຢ້ຽມຢາມເບີ່ງຄວາມສຸກ-ທຸກ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບນ້ຳຖ້ວມ ເພື່ອປະເມີນຕິດຕາມຜົນເສຍຫາຍ ແລະ ໃຫ້ກຳລັງໄຈແກ່ປະຊາຊົນທີ່ໄດ້ຮັບເຄາະຮ້າຍ ພາຍຫລັງເກີດເຫດນໍ້າຖ້ວມກະທັນຫັນ ໃນວັນທີ 5/8/2017 ນີ້ ຂະນະທີ່ ຈາກການລາຍງານຂໍ້ມູນເບື້ອງຕົ້ນມີຜູ້ເສຍຊີວິດ 1 ຄົນ ແລະ ມີເຮືອນຂອງປະຊາຊົນຖືກພັດໄຫຼຫຼາຍຫຼັງ ເສົາໄຟຟ້າຫັກລົ້ມ ຈຳນວນຫຼາຍຕົ້ນ ສ່ວນເສັ້ນທາງເລກ 2 ຕາເວັນຕົກ (ເມືອງໄຊ - ເມືອງແບງ, ເມືອງຮຸນ ແລະ ປາກແບງ) ແມ່ນເປັນອຳມະພາດ ຂົວຖືກຕັດຂາດ ດິນເຊາະເຈື່ອນຖົມທາງເກືອບ 20 ຈຸດ. ກ່ງວກັບເຫດການທີ່ເກີດຂຶ້ນທາງກຳລັງທະຫານ ຕຳຫຼວດ ໄດ້ລົງຊ່ວຍເຫຼືອປະຊາຊົນ ມ້ຽນມັດ ຊາກສະລັກຫັກພັງ, ໄຟຟ້າ, ໂຍທາ, ໂທລະຄົມມະນາຄົມ ແຕ່ລະພາກສ່ວນກໍພວມສຸມໃສ່ເກັບກຳ ຂໍ້ມູນ ແລະ ລົງມືແກ້ໄຂ.
Editor: ກຳປານາດ ລັດຖະເຮົ້າ