ເມື່ອບໍ່ດົນມານີ້ ໄດ້ມີພິທີ ມອບ-ຮັບໂຄງລ່າງພື້ນຖານໃຫ້ແກ່ປະຊາຊົນບ້ານຜາຊ້າງ ທີ່ຂຶ້ນກັບເມືອງຄູນຄຳ ແຂວງຄຳມ່ວນ. ພິທີມອບ-ຮັບດັ່ງກ່າວໄດ້ຈັດຂື້ນໂດຍອຳນາດການປົກຄອງຂັ້ນເມືອງ ຮ່ວມກັບ ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ, ເຂົ້າຮ່ວມເປັນສັກຂີພິຍານໃນພິທີ ມີທ່ານເຈົ້າແຂວງ, ຕາງໜ້າອຳນາດການປົກຄອງແຂວງ ແລະ ປະຊາຊົນ.
ບ້ານຜາຊ້າງແມ່ນໜຶ່ງໃນຈຳນວນໝູ່ບ້ານຍັບຍ້າຍຈັດສັນ ເຊິ່ງສ້າງຂື້ນໂດຍບໍລິສັດເທີນ-ຫີນບູນ ພາວເວີ ເພື່ອເປັນການຊົດເຊີຍ ໃຫ້ແກ່ປະຊາຊົນ ໃນ 5 ບ້ານ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຢູ່ເມືອງຫີນບູນ ໃນເມື່ອກ່ອນ. ພາຍຫລັງທີ່ໂຄງການເທີນ-ຫີນບູນ ພາກຂະຫຍາຍໄດ້ເປີດນຳໃຊ້ເປັນທາງການໃນ 2013, ເຫັນວ່າຮອບວຽນຂອງນ້ຳຖ້ວມຕາມທຳມະຊາດໃນລ່ອງນ້ຳຫີນບູນ ເພີ່ມຫລາຍຂື້ນກວ່າເກົ່າ ດັ່ງນັ້ນ ຈຶ່ງໄດ້ສ້າງບ້ານໃໝ່ ແລະ ສິ່ງອຳນວຍຄວາມສະດວກໃນພື້ນທີ່ ທີ່ສູງຂື້ນກວ່າແມ່ນ້ຳ. ປະຊາຊົນທີ່ຍ້າຍມາຢູ່ບ້ານດັ່ງກ່າວ ໃນ ປີ 2014 ແລະ 2015 ເຊິ່ງປະກອບດ້ວຍ ບ້ານຜາຊ້າງໃຕ້, ຜາຊ້າງເໜືອ, ທ່ານາໃຕ້, ທ່ານາເໜືອ ແລະ ຜາຈົວ.
ບ້ານຜາຊ້າງ ປະຈຸບັນບ້ານດັ່ງກ່າວ ມີປະຊາຊົນຫລາຍກວ່າ 350 ຄົວເຮືອນຢູ່ອາໄສພ້ອມທັງອຸປະກອນເຮືອນຊານທີ່ມີຄຸນນະພາບປະກອບດ້ວຍຫ້ອງນ້ຳ, ໄຟຟ້າ ແລະ ລະບົບນ້ຳກິນນ້ຳໃຊ້. ມີຖະໜົນຫົນທາງເຂົ້າເຖິງບ້ານ, ມີວັດ, ມີຫໍປະຊຸມ ແລະ ລະບົບຊົນລະປະທານ. ບໍລິສັດ ເທີນ- ຫີນບູນ ພາວເວີ ຍັງໄດ້ສ້າງໂຮງຮຽນແລະສຸກສາລາເຊິ່ງໄດ້ມອບໃຫ້ອໍານາດການປົກຄອງ ໄປແລ້ວປີກາຍນີ້. ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 3,9 ລ້ານໂດລາສະຫະລັດ. ການມອບ-ຮັບໃນຄັ້ງນີ້ ເປັນການມອບຄວາມເປັນເຈົ້າການກ່ຽວກັບເຮືອນຊານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນໃນບ້ານດັ່ງກ່າວ.
Editor: ກຳປານາດ ລັດຖະເຮົ້າ