ໃນວັນທີ 3 ສິງຫາ 2017 ຜ່ານມາ ທີ່ ເມືອງພະລານໄຊ, ແຂວງສະຫວັນນະເຂດ ໄດ້ມີພິທີເປີດການກໍ່ສ້າງ ຂົວເຊກຸມກາມ ແລະ ຂົວ ເຊທ່າມວກ ຕາມທາງຫລວງແຫ່ງຊາດ ເລກ 9 ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ທ່ານ. ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງແຂວງສະຫວັນນະເຂດ; ທ່ານ ຮີຄິຮາຣະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ; ທ່ານ ໂຢຊິຮາຣຸ ໂຢເນຢາມະ, ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ; ມີທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າແຂວງ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ແຂກທີ່ມີກຽດ, ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນ ເມືອງພະລານໄຊ, ແຂວງສະຫວັນນະເຂດ ເຂົ້າຮ່ວມ.
ໂຄງການກໍ່ສ້າງຂົວເຊກຸມກາມ ແລະ ຂົວເຊທ່າມວກ ແມ່ນໂຄງການທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ທາງດ້ານຄົມມະນາຄົມ-ຂົນສົ່ງ, ເນື່ອງຈາກວ່າເປັນເສັ້ນທາງອະນຸພາກພື້ນ ທີ່ເປັນແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ, ຊຶ່ງປະກອບສ່ວນອັນສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເຮັດໃຫ້ການໄປມາຫາສູ່ ຂອງປະຊາຊົນສະດວກສະບາຍຂຶ້ນກວ່າເກົ່າ ເຮັດປະຊາຊົນບັນດາເຜົ່າໃນຂົງເຂດນີ້ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ທັງເປັນການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຂະຫຍາຍຕົວຂຶ້ນອີກດ້ວຍ. ໂດຍເຫັນໄດ້ຄວາມສຳຄັນ ຄືດັ່ງກ່າວນັ້ນ ລັດຖະບານຍີ່ປຸ່ນ ຈຶ່ງໄດ້ຕອບສະໜອງຕາມການ ສະເໜີຂອງລັດຖະບານ ສປປ ລາວ ແລະ ໄດ້ອະນຸມັດໃຫ້ການຊ່ວຍເຫລືອລ້າ ແກ່ໂຄງການກໍ່ສ້າງ ຂົວທັງ 2 ແຫ່ງນີ້ ໂດຍຜ່ານອົງການໄຈກາ ໃນມູນຄ່າ 2,52 ຕື້ເຢັນ, ສ່ວນລັດຖະບານ ສປປ ລາວ ແມ່ນປະຕິບັດຕາມພັນທະຂອງຕົນ ຕາມລະບຽບການຂອງຜູ້ໃຫ້ທຶນ ຄື ດັ່ງບັນດາໂຄງການຮ່ວມມືລາວ-ຍີ່ປຸ່ນ ທີ່ເຄີຍໄດ້ປະຕິບັດຜ່ານມາ ເພື່ອເຮັດໃຫ້ໂຄງການນີ້ສຳເລັດຜົນຕາມຄາດໝາຍ. ການຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ແກ່ໂຄງການກໍ່ສ້າງຂົວ 2 ແຫ່ງນີ້ ແມ່ນສຸດທີ່ລ້ຳຄ່າ ແລະ ມີຄວາມໝາຍສຳຄັນຫລາຍ, ຊຶ່ງເປັນການເສີມຂະຫຍາຍສາຍພົວພັນ ລາວ-ຍີ່ປຸ່ນ ໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆ ປະກອບສ່ວນເຂົ້າໃນການພັດທະເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ ກໍ່ຄື ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ