ໃນວັນທີ 3 ສິງຫາ 2017 ຜ່ານມານີ້, ຢູ່ທີ່ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື ຄະນະກຳມະການຍົກຍ້າຍ ແລະ ຈັດສັນປະຊາຊົນ ທີ່ຖືກຜົນກະທົບຈາກ ການສ້າງເຂື່ອນໄຟຟ້າ ເຊປ່ຽນ ແລະ ເຊນ້ຳນ້ອຍ ໄດ້ຈັດກອງປະຊຸມສະຫລຸບຕີລາຄາ ຄວາມຄຶບຫນ້າຜົນການຈັດຕັ້ງປະຕິບັດ ການຊົດເຊີຍ, ການທົດແທນຄ່າເສຍຫາຍ ໃຫ້ກັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ດັ່ງກ່າວ.
ເຂົ້າຮ່ວມເປັນປະທານ ມີ ທ່ານ ປະລິນຍາເອກ ນາມ ວິຍະເກດ ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ເຂົ້າຮ່ວມມີຄະນະກຳມະການຍົກຍ້າຍ ແລະ ຈັດສັນປະຊາຊົນ ຂັ້ນແຂວງ, ຂັ້ນເມືອງ, ພ້ອມດ້ວຍຜູ້ຕາງຫນ້າຈາກຟຄງການກໍ່ສ້າງເຂື່ອນໄຟຟ້າເຊປ່ຽນ-ເຊນ້ຳນ້ອຍ ລວມທັງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ໄດ້ສະຫລຸບ ແລະ ຕີລາຄາຄືນ ຜົນຊອງການຈັດຕັງປະຕີບັດ ການຊົດເຊີຍ ທົດແທນຄ່າເສຍຫາຍ ໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງເຂື່ອນໄຟຟ້າ ເຊີ່ງມີຢູ່ນຳກັນ ຈຳນວນ 6 ບ້ານ, 125 ຄອບຄົວ ບ້ານດັ່ງກ່າວປະກອບມີ: ບ້ານລະຍາວເຫນືອ, ບ້ານລະຍາວກາງ, ລະຍາວໃຕ້, ບ້ານຈຳປາວ, ແລະ ບ້ານແຄມຊັງ ເຊີ່່ງທັງ 6 ບ້ານ ແມ່ນຂື້ນກັບເມືອງສາມັກຄີໄຊ, ແຂວງອັດຕະປື.
ຕະຫລອດໄລຍະຜ່ານມາ ຄະນະພັກ, ຄະນະອຳນາດການປົກຄອງແຂວງອັດຕະປື ແມ່ນໄດ້ເປັນຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບໃນທາງກົງ ແລະ ທາງອ້ອມ ຂອງການກໍ່ສ້າງເຂື່ອນ ໃນນັ້ນ ໄດ້ເອົາໃຈໃສ່ຕິດຕາມກວດກາ ປະສານສົມທົບກັບເຈົ້າຂອງໂຄງການ ເພື່ອຊົດເຊີຍ ແລະ ທົດແທນຄ່າເສຍຫາຍ ໃນນັ້ນຜົນກະທົບຕໍ່ເນື້ອທີ່ນາ, ເນື້ອທີ່ສວນ, ຫນອງປາ ແລະ ຊັບສິນອື່ນໆ ເຊີ່ງໄລຍະຜ່ານມາ ທາງໂຄງການໄດ້ຊົດເຊີຍ ເປັນເງີນໄປແລ້ວ 2 ຕື້ກວ່າກີບ, ນອກນັ້ນ, ຍັງສຳເລັດການປົກເນື້ອທີ່ນາ ພ້ອມທັງມອບເອກະສານສິດນຳໃຊ້ ທີ່ດິນໄປແລ້ວ 50 ກວ່າເຮັກຕາ, ມີການກວດສຸຂະພາບໃຫ້ພໍ່ແມ່ປະຊາຊົນ ໃນເຂດໂຄງການ ຢ່າງເປັນປະຈຳ, ມີການຝຶກອົບຮົມວຽກງານສາທາລະນະສຸກ ແກ່ບັນດາອາສາສະຫມັກບ້ານ ແລະ ພະນັກງານແພດຫມໍ ປະຈຳສຸກສາລາບ້ານ ແລະ ວຽກງານອື່ນໆ ໄດ້ຮັບການຊົດເຊີຍແກ້ໄຂດີຂື້ນ.
ໂຄງການສ້າງເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ຕັ້ງຢູ່ລະຫວ່າງ ກາງ 2 ແຂວງ ຄື: ແຂວງຈຳປາສັກ ແລະ ແຂວງອັດຕະປື, ມີກຳລັດການຜະລິດ 410 ເມກາວັດ, ລວມມູນຄ່າການກໍ່ສ້າງທັງໝົດ ປະມານ 58 ລ້ານກວ່າ ໂດລ້າສະຫາລັດ ແລະ ມາເຖິງປະຈຸບັນ ສຳເລັດຫລາຍກວ່າ 70 ສ່ວນຮ້ອຍ, ຂອງຫນ້າວຽກທັງໝົດ.
Editor: ກຳປານາດ ລັດຖະເຮົ້າ