ທ້າຍເດືອນກໍລະກົດ ຜ່ານມານີ້, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກະຊວງ ປກສ ໄດ້ສົມທົບກັບເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ເຂົ້າກວດຄົ້ນເປົ້າ ໝາຍຜະລິດຢາເສບຕິດ ຢູ່ບ້ານພູຂຽວ ແລະ ບ້ານຫຼັກ 44 ເມືອງໄຊ, ແຂວງອຸດົມໄຊ ພົບເຫັນຂອງກາງ ລວມມີ: ເຄື່ອງອັດຢາບ້າ 3 ເຄື່ອງ ແລະ ຢາເສບຕິດຫຼາຍລາຍການ. ໃນນັ້ນ, ລວມມີຢາບ້າ 2 ລ້ານ 3 ແສນກວ່າເມັດ ແລະ ເຄື່ອງຂອງກາງ ອີກຫຼາຍລາຍການ ລວມມີລົດ ໃຫຍ່ 5 ຄັນ, ເງິນບາດ 5 ລ້ານກວ່າບາດ, ເງິນໂດລາ 49 ພັນໂດລາ, ເງິນກີບ 240 ລ້ານ ກວ່າກີບ, ອາວຸດເສິກ ປະເພດປຶນ ສັ້ນ-ປືນຍາວ ຫຼາຍກະບອກ ພ້ອມ ທັງລູກປືນຫຼາຍ ຮ້ອຍລູກ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 8 ຄົນ, ໄປສອບສວນຂະຫຍາຍຜົນຫາຜູ້ເປັນ ຫົວໂປ່ໂຕການ.
ເຈົ້າໜ້າທີ່ສະເພາະກິດ ປກສ ແຂວງອຸດົມໄຊ ເປີດເຜີຍໃນເບື້ອງ ຕົ້ນວ່າ: ພາຍຫຼັງໄດ້ ລາຍງານຈາກແຫຼ່ງຂ່າວວ່າ: ມີກຸ່ມຄົນຈໍານວນ ໜຶ່ງລັກລອບຜະລິດ ແລະ ຂາຍຢາເສບ ຕິດລາຍໃຫຍ່ຢູ່ 2 ຈຸດ ພາຍໃນ ເທດສະບານເມືອງໄຊ. ຈາກນັ້ນ, ຈຶ່ງປະສານກັບພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຕິດຕາມພິສູດແຫຼ່ງຂ່າວ. ຜ່ານການຕິດຕາມຕົວຈິງ ຈຶ່ງສືບຮູ້ວ່າ ມີ ການເຄື່ອນໄຫວຜະລິດ ແລະ ຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ໂດຍມີ ການຕັ້ງຈຸດຜະລິດ ຢູ່ສອງຈຸດໃນເຂດບ້ານພູຂຽວ ແລະ ບ້ານຫຼັກ 44 ເມືອງໄຊ ທີ່ເປັນເຄືອຂາຍດຽວກັນ. ມາຮອດວັນທີ 28 ກໍລະກົດ 2017 ຈຶ່ງໄດ້ວາງແຜນນໍາກໍາລັງວິຊາສະເພາະເຂົ້າກວດຄົ້ນ ສະຖານທີ່ເປົ້າໝາຍຜະລິດຢາເສບຕິດດັ່ງກ່າວ. ຜ່ານການກວດຄົ້ນຈຸດຜະລິດທັງ 2 ຈຸດໃຫຍ່ ພົບເຫັນເຄື່ອງອັດຢາບ້າ ຈຳນວນ 3 ເຄື່ອງ; ໃນນັ້ນ, ເຄື່ອງອັດ ໃຫຍ່ 1 ເຄື່ອງ, ລູກອັດຢາບ້າຈຳນວນ 99 ລູກ, ຕູ້ອົບຢາບ້າ 2 ເຄື່ອງ, ຢາບ້າຈຳນວນ 1.182 ມັດ ກັບ 46 ເມັດ ເທົ່າກັບ 2.364.046 ເມັດ, ຢາຝິ່ນ 6,3 ກິໂລກຼາມ, ກັນຊາອັດແຫ້ງ 1 ແທ່ງ, ໜັກ 1 ກິໂລກຼາມ, ຖົງຢາງບັນຈຸຢາບ້າຈຳນວນ 5 ເປົາ, ໜັກ 86,8 ກິໂລກຼາມ, ແປ້ງຝຸ່ນສຳລັບຜະລິດຢາບ້າ 126,8 ກິໂລກຼາມ, ນໍ້າສີປະສົມໜັກ 69 ກິໂລກຼາມ, ເຈ້ຍປໍສາ 13 ກິໂລກຼາມ, ປືນຍາວ ຈຳນວນ 4 ກະບອກ, ປືນສັ້ນ 2 ກະບອກ, ລູກກະສຸນປືນຈຳນວນ 699 ລູກ, ລົດໃຫຍ່ 5 ຄັນ, ລົດຈັກ 3 ຄັນ, ເງິນກີບຈຳນວນ 241 ລ້ານກີບ, ເງິນບາດ ຈຳນວນ 5 ລ້ານກວ່າບາດ ແລະ ເງິນໂດລາຈຳນວນ 49.410 ໂດລາ, ໃບຕາດິນ ຫຼາຍໃບ, ໜໍແຮດ, ງາຊ້າງ ແລະ ເຄື່ອງອື່ນໆອີກຕໍານວນໜຶ່ງ. ນອກຈາກນີ້, ຍັງສາມາດຈັບຜູ້ຖືກຫາໄດ້ທັງ ໝົດ 8 ຄົນ ປັດຈຸບັນຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງດຳເນີນ ການສືບສວນ-ສອບ ສວນ ເພື່ອຂະຫຍາຍຜົນຫາກຸ່ມແກ໋ງ, ຄູ່ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບ ກົດໝາຍຕໍ່ໄປ.
ແຫລ່ງຂ່າວ, ຫນັງສືພິມປ້ອງກັນຄວາມສະຫງົບ
Editor: ກຳປານາດ ລັດຖະເຮົ້າ