ພາຍຫຼັງທີ່ມີແຈ້ງການຂອງທ່ານເຈົ້າເມືອງແກ່ນທ້າວ ສະບັບເລກທີ 639/ຈມ ລົງວັນທີ 29 ກໍລະກົດ 2017 ວ່າດ້ວຍການປຸກລະດົມການຊ່ວຍເຫຼືອບັນເທົາທຸກນໍາບັນດາຫ້ອງການ, ກົມກອງ, ອົງການຈັດຕັ້ງ, ດ່ານສາກົນ, ລັດວິສາຫະກິດ, ສາຂາທະນາຄານ, ບໍລິສັດ, ນັກທຸລະກິດຜູ້ປະກອບການ, ນາຍບ້ານໃນທົ່ວເມືອງ. ເນື່ອງຈາກເມືອງແກ່ນທ້າວ ພວມປະສົບໄພທໍາມະຊາດຢ່າງໜັກໜ່ວງ ຈາກພາຍຸຝົນໜັກໃນວັນທີ 27-28 ກໍລະກົດ 2017 ຜ່ານມາ ເຮັດໃຫ້ເກີດນໍ້າຖ້ວມໄຫຼຊຸ ຢູ່ຫຼາຍບ້ານ ເຊິ່ງໄດ້ກໍ່ຜົນເສຍຫາຍຕໍ່ພາຫະນະ, ຊັບສິນ, ເຮືອນຊານບ້ານຊ່ອງ, ເນື້ອທີ່ທໍາການຜະລິດນັບທັງຊີວິດຂອງປະຊາຊົນ.
ດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມມີນໍ້າໃຈຕໍ່ກັນນັ້ນຄອບຄົວການນໍາເມືອງແກ່ນທ້າວ ແຂວງໄຊຍະບູລີ ຈຶ່ງໄດ້ລະດົມທຶນກັນເພື່ອໄປຊ່ວຍເຫຼືອຄອບຄົວດັ່ງກ່າວ ໃນວັນທີ 2 ສິງຫາ ນີ້, ເຊິ່ງນໍາໂດຍ ທ່ານນາງ ສົມໝາຍ ແກ້ວມະນີ ພັນລະຍາທ່ານເຈົ້າເມືອງໆແກ່ນທ້າວ, ພ້ອມດ້ວຍ ຄອບຄົວການນໍາຜູ້ອື່ນໆ, ນັກທຸກິດ ແລະ ພໍ່ຄ້າຊາວຂາຍ ຈໍານວນໜຶ່ງ ໄດ້ນໍາເຄື່່ອງໄປຊ່ວຍຄອບຄົວຜູ້ຖືກໄພພິບັດນໍ້າຖ້ວມໄຫຼຊຸຢູ່ບ້ານໜອງ ແລະ ປົ່ງແດງ.
ເຄື່ອງທີ່ນໍາໄປຊ່ວຍເຫຼືອຄັ້ງນີ້ປະກອບມີ ສາດ, ຜ້າຫົ່ມ, ໝໍ້ໜຶ້ງ, ໝໍ້ແກງ ແລະ ເຄື່ອງໃຊ້ອື່ນໆ ເປັນມູນຄ່າ 14 ລ້ານກວ່າກີບ. ນອກນັ້ນ ຍັງມີເຄື່ອງອຸປະໂພກ ແລະ ບໍລິໂພກຈໍານວນໜຶ່ງອີກ.
Editor: ກຳປານາດ ລັດຖະເຮົ້າ