ຄະນະນຳ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳ ໄດ້ລົງຊຸກຍູ້ການສົ່ງການຜະລິດ ເປັນສີນຄ້າ ປະຈຳປີ 2017-2018 ໃນທົ່ວເມືອງຢ່າງເປັນທາງການ. ໂດຍພາຍໃຕ້ການຊີ້ນຳນຳພາຂອງ ທ່ານນາງ ບຸນມີ ສົມພັນສຸກ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ-ເມືອງຄຳ, ມີ ທ່ານ ທົງສະຫວັນ ລາດສະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີພະນັກງານລັດຖະກອນຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.
ຈຸດປະສົງ ກໍ່ເພື່ອເປັນການລົງຕິດຕາມກວດກາສົ່ງເສີມຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດຂອງພໍ່ແມ່ປະຊາຊົນໃນໄລຍະຜ່ານມາ. ຈາກການໃຫ້ສຳພາດຂອງທ່ານ ທົງສະຫັວນ ລາດສະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໃຫ້ຮູ້ວ່າ: ເມືອງຄຳ ມີເນື້ອທີ່ທັງໝົດ 213.234 ເຮັກຕາ, ປະກອບມີ 6 ກຸ່ມ, ມີ 90 ບ້ານ, ມີພົນລະ ເມືອງທັງໝົດ 51.326 ຄົນ, ຍິງ 25.188 ຄົນ, ເຊິ່ງມີທ່າແຮງໃນການປູກຝັງລ້ຽງສັດເປັນຕົ້ນແມ່ນການປູກເຂົ້າ, ສາລີແຂງ, ໝາກເດືອຍ, ທົດລອງປູກໝາກເຂົ້າ, ໝາກມັນສະຄູ, ການລ້ຽງປາ ແລະ ການລ້ຽງສັດໃຫຍ່. ພ້ອມນັ້ນ, ທ່ານຍັງໄດ້ໃຫ້ຮູ້ອີກຕື່ມວ່າໃນປະຈຸບນດິນກະສິກຳໃນທົ່ວເມືອງປະກອບມີ 25.628 ເຮັກຕາ, ຄື: ດິນເນື້ອທີ່ນາ 5.125 ເຮັກຕາ, ສາມາດປັກດຳໄດ້ແລ້ວ 4.356 ເຮັກຕາ, ຖ້າທຽບໃສ່ປີຜ່ານ ມາປະຕິບັດໄດ້ 85 ສ່ວນຮ້ອຍ, ເນື້ອທີ່ປູກສາລີແຂງ 10.370 ເຮັກຕາ, ເນື້ອທີ່ການທົດລອງປູກເຂົ້າ, ມັນສະຄູ ລວມມີ 95 ເຮັກຕາ, ມີ 49 ບ້ານ, ມີ 122 ຄອບຄົບ, ນອກຈາກນັ້ນ ກໍ່ຍັງໄດ້ສົ່ງເສີມການລ້ຽງສັດ ໃຫຍ່ເປັນສີນຄ້າເຊັ່ນ: ງົວປະກອບ ມີ 13,243 ໂຕ, ໄດ້ລົງຊັກຢາປ້ອງກັນພະຍາດ ຕາມແຜນໄດ້ 25 ບ້ານ, ໃນປະຈຸບັນສຳເລັດແລ້ວ 17 ບ້ານ ຖ້າທຽບໃສແຜນການແມ່ນສາມາດປະຕິບັດໄດ້ 68 ສ່ວນຮ້ອຍ, ຂອງແຜນການ ແລະ ການສົ່ງເສີມການລ້ຽງປາມີເນືອທີ່ 54,08 ເຮັກຕາ, ສາມາດປ່ອຍປາໄດ້ ທັງໝົດ 270,350 ໂຕ ຖ້າທຽບໃສ່ແຜນການປະຕິບັດໄດ້ 100% ແລະ ສາມາດຕອບສະໜອງຊີ້ນປາໃຫ້ແກ່ຕະຫຼາດເມືອງຄຳ, ຕະຫຼາດໂພນສະຫວັນ ແລະ ຈຳໜ່າຍຢູ່ກັບສະຖານທີ່ ໃຫ້ແກ່ພໍ່ຄ້າຊາວຂາຍໄດ້ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ