ເມື່ອບໍ່ດົນມານີ້ ອໍານາດການປົກຄອງເມືອງຈັນທະບູລີ ຊີ້ແຈງເຫດຜົນກ່ຽວກັບການຂໍການປ່ຽນເວລາຈັດງານບຸນຊ່ວງເຮືອປະເພນີ ຢູ່ຫາດດອນຈັນ ຍັງບໍ່ທັນມີຄວາມຊັດເຈນ ພາຍຫລັງທີ່ໄດ້ສະເໜີ ເຖິງຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ເພື່ອພິຈາລະນາ ແລະ ກຳນົດວັນເວລາ ທີ່ແທ້ຈິງ ແຕ່ຍັງບໍ່ທັນໄດ້ຄຳຕອບ ຫລື ຂໍ້ຕົກລົງ ໃດໃດ ທີ່ຈະໃຫ້ປ່ຽນມື້ຈັດງານບຸນດັ່ງກ່າວ.
ເບື້ອງຂອງຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຈັນທະບູລີ ໄດ້ເປີດເຜີຍວ່າ: ການຈັດງານບຸນຊ່ວງເຮືອປະເພນີຢູ່ທ່າວັດຈັນ, ນະຄອນຫລວງວຽງຈັນ ປະຈໍາປີ 2017 ນີ້ອາດຍ້າຍມາຈັດໃສ່ໃນວັນເພັງເດືອນສິບ ຫລື ກົງກັບວັນບຸນຫໍ່ເຂົ້າສະຫລາກ ກົງກັບວັນອັງຄານ 5 ກັນຍາ 2017 ຈາກທີ່ເຄີຍປະຕິບັດ ພາຍຫລັງບຸນອອກພັນສາ ໃນມື້ແຮມຄໍ່າໜຶ່ງ ເດືອນສີບເອັດລາວ, ເຖິງຢ່າງກໍຕາມ ຫ້ອງການ ຖວທ ເມືອງ ຍັງລໍຖ້າຟັງການພິຈາລະນາ ແລະ ຄໍາເຫັນຕົວຈິງຈາກຂັ້ນເທີງວ່າ ເພີ່ນ ຈະອະນຸຍາດໃຫ້ປ່ຽນມື້ ຫລື ບໍ່ ພາຍຫລັງສະເໜີໄປໄດ້ໄລຍະຫນຶ່ງແລ້ວ.
ໃນໄລຍະຜ່ານມາ ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຍອມຮັບວ່າໄດ້ຈັດກອງປະຊຸມ ປຶກສາຫາລື ຂັ້ນພື້ນຖານ ກ່ຽວກັບການປ່ຽນມື້ ຈັດງານບຸນປະເພນີ ຊ່ວງເຮືອທ່າວັດຈັນ ໃນງານບຸນອອກພັນສາປະວໍລະນາ ປະຈຳປີ 2017 ເຊິ່ງຈະປ່ຽນມື້ ໄປຈັດໃສ່ວັນເພັງ ເດືອນ 10 ວັນບຸນຫໍ່ເຂົ້າສະຫລາກ.
ທ່ານ ຄຳຫລ້າ ໄພສານ ຫົວໜ້າຫ້ອງການ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຈັນທະບູລີ ໄດ້ໃຫ້ສຳພາດ ໃນວັນທີ 1 ສິງຫາ ຜ່ານມາ ນີ້ວ່າ: ການທີ່ໄດ້ປຶກສາຫາລືກັນ ກ່ຽວກັບການປ່ຽນມື້ ຈັດງານບຸນປະເພນີຊ່ວງເຮືອທ່າວັດຈັນ ນັ້ນ, ກໍເນື່ອງຈາກວ່າ ໃນທຸກໆປີ ເມື່ອເຖິງເວລາບຸນອອກພັນສາປະວໍລະນາ ຢູ່ແຄມທ່າວັດຈັນ ນ້ຳບົກແຫ້ງ, ບໍ່ສາມາດຊວ່ງເຮືອ ແຕ່ວ່າ ໃນໄລຍະ ບຸນຫໍ່ເຂົ້າສະຫລາກ ຢູ່ແຄມທ່າວັດຈັນ ແມ່ນມີນ້ຳພຽງພໍ, ດັ່ງນັ້ນ ຈຶ່ງໄດ້ມີແຜນທີ່ຈະປ່ຽນມື້ຊວງເຮືອ ດັ່ງກ່າວ ແນໃສ່ເຮັດໃຫ້ງານບຸນປະເພນີ ດັ່ງກ່າວ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ, ຮັບປະກັນ ໃຫ້ຜູ້ເບິ່ງຜູ້ຊົມ, ແຂກຕ່າງດ່າວ, ທ້າວຕ່າງແດນ ໄດ້ເບິ່ງໄດ້ຊົມ ງານບຸນປະເພນີຊ່ວງເຮືອທ່າວັດຈັນ ຢ່າງມ່ວນຊື່ນ
ສ່ວນຜົນການຕັດສິນ ຖ້າມີຄວາມຄຶບຫນ້າ ຫນ້ອຍ-ຫລາຍ ແນວໃດ ທາງລາຍການຈະມານຳສະເໜີ ໃຫ້ຮັບຊາບ.
Editor: ກຳປານາດ ລັດຖະເຮົ້າ