ແຂວງວຽງຈັນ ເປັນແຂວງໜຶ່ງທີ່ມີໜີ້ສິນການລົງທຶນຂອງລັດ ທີ່ຄ້າງຈ່າຍຫຼາຍສົມຄວນ, ທ່ານ ສຸກັນ ວິໄລຣັດ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ເປີດເຜີຍວ່າ: ແຂວງວຽງຈັນ ມີໜີ້ສິນທີ່ຄ້າງຈ່າຍມາຫຼາຍປີ ຕົກມາຮອດສົກປີ 2015-2016 ມີໜີ້ສິນຈາກໂຄງການລົງທຶນຂອງລັດ 123 ໂຄງການ ມູນຄ່າຄ້າງຊໍາລະ 204,75 ຕື້ກີບ, ໃນ 6 ເດືອນຕົ້ນປີ 2017 ສາມາດແກ້ໄຂບັນຫາໜີ້ສິນ ໄດ້ທັງໝົດ 25,18 ຕື້ກີບ.
ໃນນັ້ນ, ໜີ້ສິນໃນແຜນ ທີ່ຜ່ານການອະນຸມັດຈາກສະພາແຫ່ງຊາດ ມີທັງໝົດ 69 ໂຄງການ, ມູນຄ່າຄ້າງຊຳລະ 68,10 ຕື້ກີບ, ໃນ 6 ເດືອນຕົ້ນປີ ໄດ້ຮັບການຊໍາລະແລ້ວ 19,42 ຕື້ກີບ, ໃນນີ້ ເປັນງົບປະມານເລື່ອນຈ່າຍສົກປີ 2015-2016 ຈໍານວນ 1,98 ຕື້ກີບ, ບ້ວງປົກກະຕິ ຈຳນວນ 13,40 ຕື້ກີບ ແລະ ເປັນງົບປະມານບ້ວງ 400 ຕື້ກີບ ຂອງລັດຖະບານ 4,04 ຕື້ກີບ, ສາມາດປິດໄດ້ 30 ໂຄງການ, ຍັງຄ້າງຊໍາລະ 39 ໂຄງການ, ມູນຄ່າຄ້າງຊຳລະ 48,68 ຕື້ກີບ. ສ່ວນໜີ້ສິນນອກແຜນ ທີ່ເປັນໂຄງການເລັ່ງດ່ວນ ມາຮອດປີ 2015-2016 ທີ່ຜ່ານມາທົ່ວແຂວງໄດ້ຈັດຕັ້ງປະຕິບັດ ໂຄງການນອກແຜນທັງໝົດ 54 ໂຄງການ, ມູນຄ່າ 136,65 ຕື້ກີບ, ໄດ້ຮັບການຊຳລະແລ້ວ 5,76 ຕື້ກີບ, ໃນນີ້ເປັນງົບປະມານເກີນແຜນຂອງແຂວງ 2,12 ຕື້ກີບ ແລະ ໄດ້ແກ້ໄຂດ້ວຍການບັນຈຸເຂົ້າແຜນງົບປະມານບ້ວງ 400 ຕື້ກີບຂອງລັດຖະບານທີ່ກະຊວງໂຍທາທິການ ແລະ ຂົນສົ່ງຄຸ້ມຄອງຈໍານວນ 34 ໂຄງການ, ມູນຄ່າສັນຍາ 64,43 ຕື້ກີບ ໄດ້ຮັບການຊໍາລະໃນປີ 2017 ຈໍານວນ 3,64 ຕື້ກີບ, ສະນັ້ນ ຍັງມີໜີ້ສິນນອກແຜນ ທີ່ບໍ່ທັນໄດ້ຮັບການແກ້ໄຂມີ 20 ໂຄງການ, ມູນຄ່າຄ້າງຊຳລະ 70,10 ຕື້ກີບ.
ທ່ານຍັງໃຫ້ຮູ້ຕື່ມວ່າ: ນອກຈາກນີ້, ຍັງມີໂຄງການລົງທຶນກ່ອນທີ່ແຂວງໄດ້ຈັດຕັ້ງປະຕິບັດ ຕາມການຕົກລົງຂອງລັດຖະບານ ແຕ່ຍັງບໍ່ທັນໄດ້ຜ່ານການຮັບຮອງຂອງສະພາແຫ່ງຊາດ 1 ໂຄງການ ຄື: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ບ້ານຈຽງ-ເມືອງແມດ, ມູນຄ່າທັງໝົດ 733,20 ຕື້ກີບ, ມາຮອດປະຈຸບັນປະຕິບັດວຽກໄດ້ 50.7%. ສ່ວນໃນ 6 ເດືອນທ້າຍປີ 2017 ນີ້ ທາງແຂວງກໍໄດ້ມີມາດຕະການໃນການຊຳລະໜີ້ ຄື: ກວດເບິ່ງງົບປະມານເກີນແຜນໃນທ້າຍປີ, ຕິດຕາມເບິ່ງນະໂຍບາຍຂອງລັດຖະບານທີ່ມີຕໍ່ການຊຳລະໜີ້, ຈະບໍ່ສ້າງໂຄງການນອກແຜນ ທີ່ເກີນຄວາມສາມາດຂອງການຊຳລະໜີ້ຂອງແຂວງອີກ.
ຂອບໃຈຂໍ້ມູນຫນັງສືພິມເສດຖະກິດ-ການຄ້າ
Editor: ຕະວັນ ແສງສະຫວັນ