ອາຄານຄອນໂດມີນຽມ ເຂດເສດຖະກິດສະເພາະບຶງທາດຫຼວງ ມີຜູ້ມາຈັບຈອງແລ້ວ 5 ຕຶກ, ມີຈຳນວນ 144 ຫ້ອງ, ເຊິ່ງມີທັງຄົນລາວ, ຝຣັ່ງ, ສ.ເກົາຫຼີ, ສປ ຈີນ, ຍີ່ປຸ່ນ, ໄທ ແລະ ແບນຊິກ ເຊິ່ງໃນອາທິດຜ່ານມາ ກໍ່ໄດ້ມອບໃບຢັ້ງຢືນສິດນຳໃຊ້ໃຫ້ແກ່ຜູ້ເຂົ້າມາຈັບຈອງໄລຍະທີ 1 ຂຶ້ນຢ່າງເປັນທາງການ. ໃນນີ້ ທ່ານ ຫວງ ກວາງຜິງ ປະທານ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ກ່າວວ່າ: ບໍລິສັດໄດ້ຕັດສິນໃຈມາລົງທຶນຢູ່ ສປປ ລາວ ນັບແຕ່ທ້າຍປີ 2011, ມາຮອດປັດຈຸບັນ ໄດ້ເປີດຈຳໜ່າຍອະສັງຫາລິມະຊັບ ໄລຍະທີ 1. ໃນນີ້, ໄດ້ເປີດຂາຍແລ້ວ 5 ຕຶກ ມີຜູ້ເຂົ້າຈັບຈອງແລ້ວ 144 ຫ້ອງ ດ້ວຍຮູບແບບຈ່າຍສົດ ແລະ ຜ່ອນຊໍາລະ ເຊິ່ງປະກອບດ້ວຍບຸກຄົນຫຼາຍເຊື້ອຊາດ ເປັນຕົ້ນແມ່ນ: ລາວ, ຝຣັ່ງ, ສ.ເກົາຫຼີ, ສປ ຈີນ, ຍີ່ປຸ່ນ, ໄທ ແລະ ແບນຊິກ; ຄາດຄະເນວ່າຈະສາມາດເກັບລາຍຮັບຈາກກິດຈະການດັ່ງກ່າວ ເຂົ້າງົບປະມານແຫ່ງລັດ ໄດ້ຫຼາຍສົມຄວນ. ປະທານ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ກ່າວອີກວ່າ: ໂຄງການພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 28 ທັນວາ 2011 ມີມູນຄ່າການລົງທຶນ 1,600 ລ້ານໂດລາສະຫະລັດ, ມີອາຍຸສຳປະທານ 99 ປີ, ເນື້ອທີ່ທັງໝົດຂອງໂຄງການ 365 ເຮັກຕາ, ກວມເອົາ 2 ເມືອງ 6 ບ້ານ ຄື: ເມືອງໄຊເຊດຖາ ແລະ ເມືອງສີສັດຕະນາກ ຄື: ບ້ານເມືອງນ້ອຍ, ບ້ານໂນນຫວາຍ, ບ້ານໂນນຄໍ້, ບ້ານໂພນທັນ, ບ້ານໂພນປ່າເປົ້າ ແລະ ບ້ານດອນກອຍ ທີ່ຕັ້ງຢູ່ໃນເຂດບຶງທາດຫຼວງ.
ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ພັກ ແລະ ລັດຖະບານ ໄດ້ຕັດສິນໃຈສ້າງຕັ້ງເຂດເສດຖະກິດພິເສດຢູ່ຫຼາຍແຫ່ງໃນຂອບເຂດທົ່ວປະເທດ ໂດຍໄດ້ກຳນົດເອົາເຂດຈຸດສຸມ ເພື່ອພັດທະນາຕາມທ່າແຮງທາງດ້ານທີ່ຕັ້ງພູມສັນຖານ ແລະ ເງື່ອນໄຂຂອງແຕ່ລະບ່ອນ ໂດຍໃຫ້ນະໂຍບາຍສົ່ງເສີມທີ່ມີລັກສະນະພິເສດ ທັງກຳນົດ ເອົາຂະແໜງການພັດທະນາຢ່າງຈະແຈ້ງ ເຊັ່ນ: ສ້າງເປັນເຂດນິຄົມອຸດສາຫະກຳ, ເຂດສູນກາງການຄ້າບໍລິການ, ໂລຈິສຕິກຂົນສົ່ງ ຫຼື ເຂດພັດທະນາຕົວເມືອງໃໝ່ຕິດພັນກັບການທ່ອງທ່ຽວ.
ການສ້າງເຂດເສດຖະກິດພິເສດ ເວົ້າລວມ ກໍ່ເພື່ອດຶງດູດການລົງທຶນພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ກໍ່ຄືການສ້າງຄວາມຫຼາກຫຼາຍທາງດ້ານການລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວ, ສົ່ງເສີມການເຊື່ອມໂຍງທາງດ້ານເສດຖະກິດ ກັບພາກພື້ນ ແລະ ສາກົນ.
ປັດຈຸບັນທົ່ວປະເທດມີເຂດເສດຖະກິດພິເສດ ແລະ ສະເພາະ ທັງໝົດ 12 ແຫ່ງ, ມີບໍລິສັດເຂົ້າໄປລົງທຶນທັງໝົດ 351 ບໍລິສັດ, ມີມູນຄ່າຈົດທະບຽນ 8 ພັນລ້ານໂດລາສະຫະລັດ ແລະ ສ້າງວຽກ ເຮັດງານທຳຫຼາຍກວ່າ 18,000 ຕຳແໜ່ງງານ.
Editor: ກຳປານາດ ລັດຖະເຮົ້າ