ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມກອງເລຂາ ຄາເອັຊໂປ ລາວ (CAEXPO LAO ) ຈັດກອງປະຊຸມຫາລື ກະກຽມການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 14 ປະຈຳ ປີ 2017 ຂຶ້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 1 ສິງຫາ ທີ່ຜ່ານມາ. ໂດຍການເປັນປະທານ ຂອງ ທ່ານ ສົມຫວັງ ນິນທະວົງ ຫົວຫນ້າກົມສົງເສີມການຄ້າ, ແລະ ຮ່ວມເປັນປະທານ ມີ ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຜູ້ຕາງຫນ້າສະມາຄົມ, ຫົວຫນ່ວຍທຸລະກິດ ຈາກຂະແຫນງການຕ່າງໆ ເຂົ້າຮ່ວມ 30 ກວ່າພາກສ່ວນ.
ທ່ານ ສົມຫວັງ ນິນທະວົງ ຫົວຫນ້າກົມສົ່ງເສີມສິນຄ້າ ໃນນາມຫົວຫນ້າກອງເລຂາ ຄາເອັຊໂປ ລາວ (CAEXPO LAO ) ໄດ້ກ່າວວ່າ: ງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 14 ປະຈຳປີ 2017 ນີ້ ແມ່ນຈະໄດ້ຈັດຂື້ນໃນລະຫວ່າງ 12-15 ກັນຍາ 2017 ທີ່ນະຄອນຫນານຫນິງ, ເຂດປົກຄອງຕົນເອງ ເຜົ່າຈວ້າງ ກວາງຊີ, ສປ ຈີນ. ງານວາງສະແດງສິນຄ້າ ຈີນ-ອາຊຽນ ດັ່ງກ່າວ ເປັນການເຊື່ອມໂຍງພາກພື້ນ ໃນການສ້າງເຂດການຄ້າເສລີ ເຊີ່ງເປັນຫນື່ງໃນເງື່ອນໄຂພື້ນຖານການເຊື່ອມໂຍງ ອາຊຽນ-ຈີນ. ເຊີ່ງເລີ່ມຈັດຂື້ນມາໃນປີທຳອິດແມ່ນປີ 2003 ເປັນຕົ້ນມາ, ງານດັ່ງກ່າວ ໃນແຕ່ລະປີແມ່ນມີຫົວຂໍ້ທີ່ແຕກຕ່າງກັນໄປ, ໂດຍປະກອບມີ 4 ກິດຈະກຳຫລັກ ຄື:
1/ ການເຂົ້າຮ່ວມພິທີເປີດງານຂອງຄະນະການນຳ ຂັ້ນສູງ ໃນ 10 ປະເທດອາຊຽນ ແລະ ສປ ຈີນ
2/ ການສ້າງຮ້ານວາງສະແດງແຫ່ງຊາດ ( ການຈຳລອງເມືອງສະເຫນ່ ຂອງແຕ່ລະປະເທດ ) ເຊີ່ງ ສປປ ລາວ ໃນປີນີ້ ແມ່ນເລືອກເອົາແຂວງ ໄຊຍະບູລີ ເປັນເມືອງແຫ່ງສະເຫນ່. ເພື່ອເປັນບ່ອນໂຄສະນາ ດຶງດູດການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ເຜີຍແຜ່ວັດທະນະທຳອັນດີງາມ ສູ່ສາກົນ ໂດຍສະເພາະ ສປ ຈີນ.
3/ ການວາງສະແດງສິນຄ້າຂອງພາກທຸລະກິດ ຈີນ ແລະ ອາຊຽນ. ສຳລັບພາກທຸລະກິດລາວ ແລ້ວ ຜ່ານການຄັດເລືອກທຸລະກິດທີ່ມີທ່າແຮງ ແລະ ພົ້ນເດັ່ນໃນຂອບເຂດທົ່ວປະເທດ ເພື່ອເຂົ້າຮ່ວມວາງສະແດງໃນຄັ້ງນີ້ ລວມທັງໝົດ 53 ພາກສ່ວນ ໃນຈຳນວນ 122 ຫ້ອງ. ໃນນັ້ນປະກອບມີ ປະເພດສິນຄ້າ ເຊັ່ນ: ເຟີນີເຈີ ແລະ ແກະສະຫລັກໄມ້. ເຄື່ອງປະດັບອັນຍະມະນີ, ຫັດຖະກຳແຜ່ນແພ, ກະສິກຳປຸງແຕ່ງ, ອາຫານ ແລະ ເຄື່ອງດື່ມ, ການບໍລິການ ແລະ ທ່ອງທ່ຽວ, ສິນຄ້າ ໂອດ໋ອບ. ເຊີ່ງສິນຄ້າທີ່ນຳໄປວາງສະແດງໃນຄັ້ງນີ້ ລວມມູນຄ່າ ຫລາຍກວ່າ 9 ແສນ 4 ຫມື່ນ 6 ພັນກວ່າ ໂດລ້າສະຫາລັດ, ແລະ ຄາດຄະເນຂາຍໄດ້ ມູນຄ່າ 1 ລ້ານ 8 ແສນ 6 ຫມື່ນ ໂດລ້າສະຫາລັດ.
Editor: ກຳປານາດ ລັດຖະເຮົ້າ