ວັນທີ 2 ສິງຫານີ້, ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ລົງໂທດຕັດອິດສະຫລະພາບ 5 ປີ ປັບໃໝ 10 ລ້ານກີບ ທ້າວ ພັນທຸລັດ ອາຍຸ 32 ປີຢູ່ບ້ານຈອມເພັດເໜືອ ແລະ ທ້າວ ວິໄລສັກ ອາຍຸ 33 ປີຢູ່ບ້ານທົ່ງກາງ, ເມືອງສີສັດຕະນາກນະຄອນຫລວງວຽງຈັນ ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ຕັດອິດສະຫລະພາບ 8 ປີປັບໃໝ 13 ລ້ານກີບ ທ້າວ ກ້ອນສະຫວັນ ອາຍຸ 40 ປີຢູ່ບ້ານຈອມເພັດເໜືອ,ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ໃນຂໍ້ຫາລັກຊັບ ແລະ ຄ້າຂາຍຢາເສບຕິດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພວກກ່ຽວຖືກຈັບຕົວໄດ້ໃນວັນທີ 29 ມີນາ 2016, ພາຍຫລັງໄດ້ຮ່ວມກັນ ຊື້-ຂາຍຢາເສບຕິດ, ຊຶ່ງ ທ້າວ ກ້ອນສະຫວັນ ໄດ້ໃຫ້ການວ່າ: ໄດ້ເລີ່ມຄ້າຂາຍຢາເສບຕິດ ມາແຕ່ປີ 2000 ແລະ ໃນວັນທີ 28 ມີນາ 2013 ໄດ້ໄປລັກເອົາໂທລະສັບມືຖື ຂອງປະຊາຊົນຢູ່ເຂດບ້ານສະພານທອງເໜືອ ຈຳນວນ 32 ໜ່ວຍ ແລະ ໄດ້ຮ່ວມກັນ ຊື້-ຂາຍ ຢາເສບຕິດ ກ່ອນຈະຖືກເຈົ້າໜ້າທີ່ຈັບຕົວມາເນີນຄະດີຕາມລະບຽບກົດໝາຍ.
ຂອບໃຈຂໍມູນຈາກຫນັງສືພິມລາວພັດທະນາ
Editor: ຕະວັນ ແສງສະຫວັນ