ໃນທ້າຍເດືອນກໍລະກົດ 2017, ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ໄດ້ນໍາກໍາລັງສົມທົບກັບ ປກສ ບ້ານທົ່ງມັ່ງ ໄດ້ສະກັດຈັບຕົວທ້າວ ແອັດ ອາຍຸ 30 ປີ ຢູ່ບ້ານນາຄອງ, ເມືອງທຸລະຄົມ ແຂວງວຽງຈັນ ແລະ ທ້າວ ເຢ້ລີ ອາຍຸ 39 ປີ ຢູ່ບ້ານທ່າດິນແດງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າ 400 ເມັດ ໃນຂະນະທີ່ຮ່ວມກັນເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ບ້ານທົ່ງມັ່ງ, ເມືອງໄຊທານີ ນະຄອນຫລວງວຽງຈັນ
ປະຈຸບັນ, ເຈົ້າຫນ້າທີ່ໄດ້ນຳຕົວພວກກ່ຽວທັງສອງໄປສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການຄ້າຂາຍຢາເສບຕິດໃນຂັ້ນຕໍ່ໄປ.
ຂອບໃຈຂໍມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ