ໃນວັນທີ 31 ກໍລະກົດ 2017 ຜ່ານມານີ້, ເຈົ້າຫນ້າທີ່ ຕມ ດ່ານສາກົນນາເພົ້າ-ຈໍຫລໍ, ແຂວງຄຳມວ່ນ ໄດ້ສະແດງຜົນງານ ສະກັດຈັບໂຕພໍ່ຄ້າຊາວຫວຽດນາມ ຈຳນວນ 2 ຄົນ, ຂະນະທີ່ ກຳລັງໃຊ້ລົດກະບະ, ບັນທຸກສັດປ່າຫວງຫ້າມປະເພດ ເຕົ່າ ເພື່ອຈະລັກລອບຂົນສັດປ່າດັ່ງກ່າວອອກນອກປະເທດ.
ຜ່ານການສອບສວນຜູ້ກະທໍາຜິດ ທັງ 2 ຄົນ ໄດ້ໃຫ້ການສາລະພາບຕໍ່ເຈົ້າຫນ້າທີ່ຕໍາຫລວດວ່າ ສັດປ່າຂອງກາງທັງຫມົດ ຄື: ສັດນໍ້າ-ສັດປ່າ ແມ່ນຂອງພວກຕົນເອງແທ້ ເຊິ່ງຕ້ອງການເອົາອອກນອກປະເທດເພື່ອໄປຂາຍຕໍ່ທີ່ປະເທດຂອງຕົນ.
Editor: ຕະວັນ ແສງສະຫວັນ