ກອງປະຊຸມຮ່ວມ 3 ກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 6 ກ່ຽວກັບການສົ່ງເສີມການພົວພັນຮ່ວມມືພັດທະນາ ໃນເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ ລະຫວ່າງ ວັນທີ 2-3 ສິງຫາ 2017 ຢູ່ນະຄອນຫຼວງວຽງຈັນ ໃຫ້ກຽດກ່າວເປີດກອງປະຊຸມໂດຍທ່ານ ພົນໂທ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດລາວ, ມີທ່ານ ຈຽງ ວູນ, ກໍາມະການຄະນະປະຈຳ ປະທານກຳມາທິການຕ່າງປະເທດ ການຮ່ວມມືສາກົນ ຂໍ້ມູນ ແລະ ຂ່າວສານຂອງສະພາແຫ່ງຊາດກຳປູເຈຍ, ທ່ານ ຫງວຽນ ວັນ ເຢົາ, ກໍາມະການຄະນະປະຈຳ ປະທານກຳມາທິການຕ່າງປະເທດສະພາແຫ່ງຊາດ ສສ ຫວຽດນາມ ທ່ານ ເອກສະຫວ່າງ ວົງວິຈິດ ກໍາມະການຄະນະປະຈຳ ປະທານກຳມາທິການຕ່າງປະເທດສະພາແຫ່ງຊາດລາວ ພ້ອມດ້ວຍພະນັກງານ-ວິຊາການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອຳນາດການປົກຄອງບັນດາແຂວງໃນເຂດ 3 ຫຼ່ຽມພັດທະນາຂອງສາມຝ່າຍເຂົ້າຮ່ວມ.
ທ່ານ ພົນໂທ ແສງນວນ ໄຊຍະລາດ ກ່າວບາງຕອນສຳຄັນວ່າ: ນັບແຕ່ກອງປະຊຸມສາມກຳມາທິການຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ແຂວງມົນດູນກີຣີ, ຣາຊະອານາຈັກກຳປູເຈຍ ລັດຖະບານ 3 ປະເທດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາວຽກງານການຮ່ວມມືດ້ວຍຄວາມຈິງໃຈ ແລະ ຫ້າວຫັນ ສາມາດບັນລຸໄດ້ຜົນສຳເລັດເປັນທີ່ເພິ່ງພໍໃຈ ໂດຍສະເພາະແມ່ນບັນດາລະບົບໂຄງລ່າງພື້ນຖານໃນເຂດ 3 ຫຼ່ຽມພັດທະນາ ການເສີມຂະຫຍາຍການເຊື່ອມຈອດນັບມື້ດີຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ ກໍ່ຄື ເສດຖະກິດບໍລິເວນດັ່ງກ່າວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມນັ້ນ ອຳນາດການປົກຄອງທ້ອງຖິ່ນຂອງ 3 ປະເທດ ຍັງເປັນເຈົ້າການຢ່າງຕັ້ງໜ້າສົ່ງເສີມການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມ ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ເພື່ອການພັດທະນາທີ່ຍືນຍົງ ຊຸກຍູ້ການຮ່ວມມືຕ້ານ ແລະ ສະກັດກັ້ນການຄ້າມະນຸດ ອາຊະຍາກຳຂ້າມຊາດ ການກໍ່ການຮ້າຍ ຢາເສບຕິດ ລວມທັງວຽກງານເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ ພົ້ນເດັ່ນທັງສາມຝ່າຍໄດ້ສຳເລັດການເຈລະຈາສັນຍາວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າ ຢູ່ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ຮັບຮອງເອົາໂຄງການບຸລິມະສິດ 15 ໂຄງການພັດທະນາພື້ນຖານໂຄງລ່າງ ແນໃສ່ສ້າງຄວາມສະດວກແກ່ວຽກງານການຄ້າ ການລົງທຶນ ແລະ ທ່ອງທ່ຽວ ຂອງ 3 ປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ສຳລັບ ກອງປະຊຸມຄັ້ງທີ 6 ຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຕິດຕາມກວດກາຂອງລັດຖະສະພາ ຕໍ່ບັນດາຂໍ້ລິເລີ່ມການຮ່ວມມືໃນເຂດ 3 ຫຼ່ຽມພັດທະນາ” ທັງສາມກຳມາທິການຕ່າງປະເທດ ຈະໄດ້ປຶກສາຫາລື ແລະ ປະຕິບັດພັນທະຮັບຜິດຊອບຮ່ວມກັນຂອງອົງການນິຕິບັນຍັດ ໂດຍສະເພາະແມ່ນ ກຳມາທິການຕ່າງປະເທດ 3 ຝ່າຍ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດສົນທິສັນຍາ ແຜນງານ ແລະ ໂຄງການຮ່ວມມືຕ່າງໆໃນຂົງເຂດ 3 ຫຼ່ຽມພັດທະນາ ເຊິ່ງລັດຖະບານທັງສາມຝ່າຍ ໄດ້ຕົກລົງຮ່ວມກັນຜ່ານມາ ພ້ອມນີ້ ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ພົບປະແລກປ່ຽນຂໍ້ມູນ-ຂ່າວສານ ບົດຮຽນ ປະສົບການ ແລະ ສະແດງຄວາມຄິດເຫັນຕໍ່ວຽກງານທ້ອງຖິ່ນຂອງຕົນ ເປັນຕົ້ນແມ່ນການແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດພາລະບົດບາດສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຂອງທັງສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ.
Editor: ດາວໄຊ ສີວິໄລ