ໃນວັນທີ 28 ກໍລະກົດ 2017, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກະຊວງ ປກສ ໄດ້ສົມທົບກັບເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງອຸດົມໄຊ ເຂົ້າກວດຄົ້ນເປົ້າໝາຍຜະລິດຢາເສບຕິດຢູ່ບ້ານພູຂຽວ ແລະ ບ້ານຫຼັກ 44 ເມືອງໄຊ, ແຂວງອຸດົມໄຊ ພົບເຫັນຂອງກາງລວມມີ: ເຄື່ອງອັດຢາບ້າ 3 ເຄື່ອງ ແລະ ຢາເສບຕິດຫຼາຍລາຍການ. ໃນນັ້ນ, ລວມມີຢາບ້າ 2.364.046 ກວ່າເມັດ ແລະ ເຄື່ອງຂອງກາງອີກຫຼາຍລາຍການ ລວມມີລົດ ໃຫຍ່ 5 ຄັນ, ເງິນບາດ 5 ລ້ານກວ່າບາດ, ເງິນໂດລາ 49 ພັນໂດລາ, ເງິນກີບ 240 ລ້ານກວ່າກີບ, ອາວຸດເສິກ ປະເພດປຶນ ສັ້ນ-ປືນຍາວ ຫຼາຍກະບອກ ພ້ອມທັງລູກປືນຫຼາຍຮ້ອຍລູກ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 8 ຄົນ ໄປສອບສວນຂະຫຍາຍຜົນຫາຜູ້ເປັນຫົວໂປ່ໂຕການ.
ເຈົ້າໜ້າທີ່ສະເພາະກິດ ປກສ ແຂວງອຸດົມໄຊ ເປີດເຜີຍໃນເບື້ອງ ຕົ້ນວ່າ: ພາຍຫຼັງໄດ້ລາຍງານຈາກແຫຼ່ງຂ່າວວ່າ: ມີກຸ່ມຄົນຈໍານວນ ໜຶ່ງລັກລອບຜະລິດ ແລະ ຂາຍຢາເສບ ຕິດລາຍໃຫຍ່ຢູ່ 2 ຈຸດ ພາຍໃນເທດສະບານເມືອງໄຊ. ຈາກນັ້ນ, ຈຶ່ງປະສານກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຕິດຕາມພິສູດແຫຼ່ງຂ່າວ. ຜ່ານການຕິດຕາມຕົວຈິງ ຈຶ່ງສືບຮູ້ວ່າມີການເຄື່ອນໄຫວຜະລິດ ແລະ ຄ້າ-ຂາຍຢາເສບຕິດປະເພດຢາບ້າ ໂດຍມີການຕັ້ງຈຸດຜະລິດຢູ່ສອງຈຸດໃນເຂດບ້ານພູຂຽວ ແລະ ບ້ານຫຼັກ 44 ເມືອງໄຊ ທີ່ເປັນເຄືອຂາຍດຽວກັນ. ມາຮອດວັນທີ 28 ກໍລະກົດ 2017 ຈຶ່ງໄດ້ວາງແຜນນໍາກໍາລັງວິຊາສະເພາະເຂົ້າກວດຄົ້ນ ສະຖານທີ່ເປົ້າໝາຍຜະລິດຢາເສບຕິດດັ່ງກ່າວ. ຜ່ານການກວດຄົ້ນຈຸດຜະລິດທັງ 2 ຈຸດໃຫຍ່ ພົບເຫັນເຄື່ອງອັດຢາບ້າ ຈຳນວນ 3 ເຄື່ອງ; ໃນນັ້ນ, ເຄື່ອງອັດໃຫຍ່ 1 ເຄື່ອງ, ລູກອັດຢາບ້າຈຳນວນ 99 ລູກ, ຕູ້ອົບຢາບ້າ 2 ເຄື່ອງ, ຢາບ້າຈຳນວນ 1.182 ມັດກັບ 46 ເມັດ ເທົ່າກັບ 2.364.046 ເມັດ, ຢາຝິ່ນ 6,3 ກິໂລກຼາມ, ກັນຊາອັດແຫ້ງ 1 ແທ່ງ, ໜັກ 1 ກິໂລກຼາມ, ຖົງຢາງບັນຈຸຢາບ້າ ຈຳນວນ 5 ເປົາ, ໜັກ 86,8 ກິໂລກຼາມ, ແປ້ງຝຸ່ນສຳລັບຜະລິດຢາບ້າ 126,8 ກິໂລກຼາມ, ນໍ້າສີປະສົມໜັກ 69 ກິໂລກຼາມ, ເຈ້ຍປໍສາ 13 ກິໂລກຼາມ, ປືນຍາວ ຈຳນວນ 4 ກະບອກ, ປືນສັ້ນ 2 ກະບອກ, ລູກກະສຸນປືນຈຳນວນ 699 ລູກ, ລົດໃຫຍ່ 5 ຄັນ, ລົດຈັກ 3 ຄັນ, ເງິນກີບຈຳນວນ 241.200.000 ກີບ, ເງິນບາດຈຳນວນ 5.085.300 ບາດ ແລະ ເງິນໂດລາຈຳນວນ 49.410 ໂດລາ, ໃບຕາດິນຫຼາຍໃບ, ໜໍແຮດ, ງາຊ້າງ ແລະ ເຄື່ອງອື່ນໆອີກຕໍານວນໜຶ່ງ.
ນອກຈາກນີ້, ຍັງສາມາດຈັບຜູ້ຖືກຫາໄດ້ທັງ ໝົດ 8 ຄົນ ຄື: ທ້າວ ວື ແຊເລົາ ອາຍຸ 38 ປີ, ທ້າວ ເລົາທໍ່ ແຊລີ ອາຍຸ 47 ປີ ທັງສອງຢູ່ບ້ານໄທສາມັກຄີ, ເມືອງວຽງແກ່ນ, ແຂວງຊຽງຮາຍ, ປະເທດໄທ, ທ້າວ ຈົງເຮີ ອາຍຸ 16 ປີ, ນາງ ໄມ່ຮົວ ອາຍຸ 19 ປີ ຢູ່ບ້ານຊົງຈ່າ, ທ້າວ ເທ້ ອາຍຸ 16 ປີ, ນາງ ເຮີ ອາຍຸ 16 ປີ ຢູ່ບ້ານຫ້ວຍຍິນ ເມືອງນໍ້າບາກ, ແຂວງຫຼວງພະບາງ, ນາງ ຄຳຮັກ ອາຍຸ 30 ປີ ຢູ່ບ້ານພູຂຽວ ແລະ ທ້າວ ລາວຮາລີ ອາຍຸ 50 ປີ ຢູ່ບ້ານຫຼັກ 44 ເມືອງໄຊ, ແຂວງອຸດົມໄຊ.
ປັດຈຸບັນຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງດຳເນີນ ການສືບສວນ-ສອບ ສວນ ເພື່ອຂະຫຍາຍຜົນຫາກຸ່ມແກ໋ງ, ຄູ່ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ຂອບໃຈຂໍມູນຈາກຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ