ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຫຼວງນ້ຳທາ ໄດ້ສົມທົບກັບ ໜ່ວຍສະເພາະກິດ 303 ປະຈຳ ແຂວງຫຼວງນ້ຳທາ ໄດ້ນໍາກໍາລັງຕັ້ງດ່ານກວດກາລົດເປົ້າໝາຍຢູ່ເສັ້ນທາງເຂດບ້ານຊຽງກົກເກົ່າ ໃນວັນທີ 26 ກໍລະກົດ 2017. ຜ່ານການກວດກາ ໄລຍະໜຶ່ງພົບເຫັນລົດຈັກເປົ້າໝາຍສົງໄສ ຈຶ່ງສະກັດກວດຄົ້ນພົບ ເຫັນຢາບ້າເກືອບ 100.000 ເມັດ ຊຸກເຊື່ອງໄວ້ໃນຖົງເປ້ ພ້ອມກັກຕົວ ຜູ້ຂັບຂີ່ໄປສອບສວນ ຂະຫຍາຍຫາຜູ້ຮ່ວມຂະບວນການນໍາກັນ.
ເຈົ້າໜ້າທີ່ວິຊາສະເພາະເປີດເຜີຍເບື້ອງຕົ້ນວ່າ: ຜູ້ຖືກຊື່ ທ້າວ ຈໍາໂບ້ ອາຍຸ 22 ປີ ຢູ່ບ້ານຈ່າຍີ, ເມືອງລອງ ແຂວງຫຼວງນ້ຳທາ. ຜູ້ກ່ຽວກໍາລັງລັກລອບຂົນສົ່ງຢາເສບຕິດ ປະເພດຢາບ້າຈໍານວນຫຼາຍ ໂດຍໃຊ້ລົດຈັກເປັນພາຫະນະ ມຸ່ງໜ້າເຂົ້າສູ່ເມືອງລອງ. ຈາກນັ້ນ, ໄດ້ປະສານສົມທົບ ກັບໜ່ວຍສະເພາະກິດ 303 ປະຈຳແຂວງຫຼວງນ້ຳທາ ອອກເຄື່ອນໄຫວຕັ້ງຈຸດກວດຢູ່ເສັ້ນທາງເຂດບ້ານຊຽງກົກເກົ່າ. ພໍຮອດເວລາປະມານ 15:00 ໂມງ ຂອງວັນດຽວກັນ ກໍພົບເຫັນລົດຈັກເປົ່າໝາຍ ຍີ່ຫໍ້ ເວບໄອ ສີຟ້າ ທະບຽນ ຫຼວງນ້ຳທາ ຈຂ 6201 ຫຼວງນ້ຳທາ ຂັບຂີ່ດ້ວຍ ຄວາມໄວ; ຈາກນັ້ນ, ຈຶ່ງສະກັດກວດຄົ້ນພົບເຫັນຂອງກາງຢາບ້າຈຳ ນວນ 47 ມັດ ເທົ່າກັບ 94.000 ເມັດ ຊຸກເຊື່ອງໄວ້ໃນຖົງເປ້ຂອງຜູ້ກ່ຽວ.
ປັດຈຸບັນ, ເຈົ້າໜ້າທີ່ກໍາລັງປະສານພາກສ່ວນທີ່ກ່ຽວຂ້ອງຕິດຕາມຕົວຜູ້ສົ່ງ ແລະ ຜູ້ສັ່ງຊື້ ຢາເສບຕິດຈໍານວນດັ່ງກ່າວ ໄປດໍາເນີນຄະດີຕາມກົດໝາຍ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ