ໂດຍອ້າງອີງຈາກທ່ານ ຄຳໄພ ສົມຊະນະ, ປະທານສະມາຄົມເຟີນິເຈີລາວ ກ່າວບາງຕອນໃນກອງປະຊຸມຫາລືບັນຂໍ້ຫຍຸ້ງຍາກໃນການດຳເນີທຸລະກິດໄມ້ ໃນຄັ້ງວັນທີ 27 ກໍລະກົດ 2017 ຜ່ານມາ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ວ່າ: ກອງປະຊຸມນີ້ ຈະໄດ້ປຶກສາຫາລືກັນໃນ 4 ຫົວຂໍ້ໃຫຍ່ ຄື:
1, ຂອດແຫຼ່ງທຶນ.
2, ຂອດວັດຖຸດິບ (ໄມ້).
3, ຂອດປະກອບເອກະສານໃນການສົ່ງອອກໄມ້.
4, ຂອດນິຕິກໍາຕ່າງໆ ກ່ຽວກັບມາດຕະຖານການຜະລິດຂອງຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ບັນຫາອື່ນໆອີກ ທີ່ເຫັນວ່າຍັງບໍ່ທັນຄົບຖ້ວນເທື່ອ.
ໃນສະພາບປັດຈຸບັນນີ້, ຂະແຫນງທຸລະກິດໄມ້ທັງຫຼາຍ ກໍ່ໄດ້ຮັບຮູ້ກັນແລ້ວວ່າ ໃນ 4 ຫົວຂໍ້ໃຫຍ່ ລ້ວນແຕ່ເປັນຫົວຂໍ້ທີ່ສຳຄັນໃນການຂັບເຄື່ອນທຸລະລະກິດເຟີນິເຈີຂອງຕົນໃຫ້ຂະຫຍາຍຕົວ ແຕ່ກໍ່ມີບາງຂໍ້ທີ່ເປັນອຸປະສັກຕໍ່ການເຄື່ອນໄຫວຂອງທຸລະກິດ (ໄມ້) ເຟີນີເຈີ ພິເສດແມ່ນ ຂໍ້ 4 ຂອດນິຕິກຳຕ່າງໆ ກ່ຽວກັບມາດຕະຖານການຜະລິດຂອງຜະລິດຕະພັນໄມ້ເພື່ອສົ່ງອອກ. ຊຶ່ງລັດຖະບານໄດ້ອອກຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ການກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເຫັນວ່າເປັນຄຳສັ່ງດີທີ່ສຸດ ທີ່ຊ່ວຍໃນການຢຸດຕິການສົ່ງອອກໄມ້ທ່ອນ, ໄມ້ຕັບ, ໄມ້ແປຮູບໄມ້ຊອຍ, ຮາກໄມ້ ແຕ່ວ່າມີຄຳແນະນຳ ສະບັບເລກທີ 1009/ກອຫ.ມຖ, ລົງວັນທີ 18 ຕຸລາ 2016 ກ່ຽວກັບລາຍການບັນຊີຜະລິດຕະພັນເພື່ອສົ່ງອອກ ແລະ ຫ້າມສົ່ງອອກ (ຫຼື ເອີ້ນວ່າ 12 ລາຍການ) ເຊິ່ງມາຄາຂອດສົ່ງອອກ ຄື: ຜະລິດຕະພັນອອກມາແລ້ວ ພັດສົ່ງອອກບໍ່ໄດ້ຕາມຄວາມຕ້ອງການຂອງຕະຫຼາດ ຍ້ອນບໍ່ກົງກັບບັນຊີຜະລິດຕະພັນທີ່ສາມາດສົ່ງອອກ 12 ລາຍການ. ເຮັດໃຫ້ຜູ້ປະກອບການໄດ້ຮັບຜົນກະທົບໂດຍກົງ.
ມີບົດກ່າວບາງຕອນຂອງທ່ານ ຄຳໄພ ສົມຊະນະ, ປະທານສະມາຄົມເຟີນິເຈີລາວ ມາໃຫ້ຮັບຟັງ
ປ່ອຍສຽງ
Editor: ຕະວັນ ແສງສະຫວັນ