ງານວາງສະແດງສິນຄ້າ ຈີນ - ອາຊຽນ ແມ່ນໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 2004 ເປັນຕົ້ນມາ ຈຸດປະສົງເພື່ອເປັນການສ້າງໂອກາດໃຫ້ບັນດານັກທຸລະກິດຈີນ, ບັນດາປະເທດອາຊຽນ ແລະ ປະເທດອື່ນໆ ໄດ້ມີໂອກາດພົບປະແລກປ່ຽນສິນຄ້າຮ່ວມກັນ ທັງເປັນການຂະຫຍາຍຕະຫຼາດສິນຄ້າອອກສູ່ຕ່າງປະເທດໃຫ້ກວ້າງຍິ່ງຂຶ້ນ. ພ້ອມນີ້, ຍັງຈະເຮັດໃຫ້ ສປ ຈີນ ກາຍເປັນຄູ່ຮ່ວມມືຢຸດທະສາດດ້ານການຄ້າ - ການລົງທຶນ ກັບບັນດາປະເທດອາຊຽນນັບມື້ນັບເພີ່ມຂຶ້ນ ສຳລັບ ງານໃນປີນີ້ແມ່ນຈະເລີ່ມແຕ່ວັນທີ 12 ຫາ 15 ກັນຍາ ທີ່ຈະມາເຖິງນີ້.
ທາງດ້ານທ່ານ ສົມຫວັງ ນິນທະວົງ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າ, ທັງເປັນໜ້າກອງເລຂາ CAEXPO ລາວ ກ່າວໃນກອງປະຊຸມກະກຽມການເຂົ້າຮ່ວມງານວາງສະແດງສິນຄ້າດັ່ງກ່າວວ່າ: ຈຸດປະສົນຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການກະກຽມເຂົ້າຮ່ວມງາວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງ 14 ປະຈໍາປີ 2017 ທີ່ຈະຈັດຂຶ້ນໃນວັນທີ 12 ຫາ 15 ກັນຍາ 217 ຢູ່ນະຄອນໜານໜິ່ງ, ແຂວງກວາງຊີ, ສປ ຈີນເຊິ່ງມາຮອດຈຸບັນ ໄດ້ມີບັນດາບໍລິສັດທີ່ສະເໜີເຈດຈຳນົງຈະເຂົ້າຮ່ວມງານວາງສະແດງຄັ້ງນີ້ໃນຂອບເຂດທົ່ວປະ
ເທດຈຳນວນ 80 ບໍລິສັດ, ແຕ່ດ້ວຍເນື້ອງຈາກວ່າຫ້ອງວາງສະແດງສິນຄ້າທີ່ທາງກອງເລຂາ ສປ ຈີນ ຈັດໃຫ້ປີນີ້ມີຈຳກັດ ສາມາດຈັດສັນຫ້ອງວາງສະແດງໄດ້ພຽງແຕ່ 122 ຫ້ອງ ຈຶ່ງເຮັດໃຫ້ຄະນະກອງເລຂາພວກເຮົາຈະຂັດສັນເລືອກເອົາຫົວໜ່ວຍທຸລະກິດທີ່ພົ້ນເດັ່ນ ແລະ ເປັນທ່າແຮງເພື່ອເຂົ້າຮ່ວມງານວາງສະແດງຈຳນວນ 53 ບໍລິສັດ ແລະ ກຳນົດເອົາ 6 ປະເພດສິນຄ້າຄື: ເຟີນີເຈີ ແລະ ແກະສະຫຼັກໄມ້, ເຄື່ອງປະດັບອັນຍະມະນີ, ເຄື່ອງຫັດຖະກຳແຜ່ນແພ, ກຳສິກຳປຸງແຕ່ງ, ອາຫານ ແລະ ເຄື່ອງດື່ມ, ບໍລິການ ແລະ ການທ່ອງທ່ຽວ ແລະ ຜະລິດຕະພັນສິນຄ້າໂອດ໊ອບ.
Editor: ຕະວັນ ແສງສະຫວັນ