ຕົ້ນປີ 2017 ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າ (ນວ) ໄດ້ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືຶອງ ຈັນທະບູລີ, ສີສັດຕະນາກ, ສີໂຄດຕະບອງ ແລະ ເມືອງໄຊເສດຖາ ລົງຕິດຕາມແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍໃນການຂາຍເຄື່ອງຊະຊາຍຢູ່ຕາມແຄມທາງ, ທາງຄົນຍ່າງຢູ່ຕາມບໍລິເວນ ອ້ອມແອ້ມຕະຫຼາດຂົວດິນ, ຖະໜົນຄູວຽງ, ຖະໜົນໜອງບອນ, ແລະ ບັນດາຖະໜົນຫຼັກໃນນະຄອນວຽງວຽງຈັນ ຢ່າງເປັນປົກກາຕິ, ຜ່ານການລົງຕິດຕາມຈັດຕັ້ງປະຕິບັດ ພົບເຫັນຜູ້ຄ້າຂາຍລະເມີດ ກົດລະບຽບທັງໜົດ 55 ກໍລະນີ, ສ່ວນຫຼາຍແມ່ນ: ລໍ້ຂາຍໜາກໄມ້, ລໍ້ຂາຍນ້ຳ, ຕັ້ງເຕັ້ນຂາຍເສື້ອຜ້າ, ລົດແກ່ໜາກໄມ້ຂາຍ ແລະ ຜູ້ທີ່ວາງຂາຍຢູ່ທາງຄົນຍ່າງ, ນອກນີ້ ຍັງໄດ້ກວດກາຄົນຂາຍເຄື່ອງນອກລະບົບ ທີ່ດຳເນີນທຸລະກິດບໍ່ຖືກຕ້ອງ ຂອງຄົນຕ່າງປະເທດ ທີ່ບໍ່ມີທະບຽນວິສາຫະກິດ ມີທັງໜົົດ 40 ຫົວໜ່ວຍ ສ່ວນຫຼາຍແມ່ນຂາຍຢູ່ຕາມຕະຫຼາດ, ຈໍານວນຜູ້ຄ້າຂາຍ ທີ່ຂາຍເຄື່ອງຢູ່ຕາມແຄມທາງ-ທາງຄົນຍ່າງ ແລະ ຜູ້ທີ່ຂາຍເຄືື່ອງບໍ່ຖືກລະບຽບນັ້ນ ທາງພະແນກອຸດສາຫະກຳ ແລະ ການຄ້າ ໄດ້ສຶກສາອົບຮົມ ແລະ ແກ້ໄຂຕາມແຕ່ລະຂັ້ນຕອນໄດ້ທັງໜົດ.
ໃນຕໍ່ໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈະສືບຕໍ່ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະບັນດາເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຈັນທະບູລີ, ສີສັັດຕະນາກ, ສີໂຄດຕະບອງ ແລະ ເມືອງໄຊເສດຖາ ລົງຕິດຕາມ ແລະ ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງຊະຊາຍ ຢູ່ຕາມແຄມທາງ, ທາງຄົນຍ່າງຢູ່ບັນດາໜ້າຕະຫຼາດ ແລະ ເສັ້ນທາງສາຍຫຼັກໃນນະຄອນຫຼວງ ເພື່ອຮັັບປະກັນໃຫ້ເມືອງ ກໍຄື ນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍດີ ທັງເປັນການຮັບປະກັນ ໃນບັນຫາລົດຕິດຢູ່ຕາມສາຍທາງຕ່າງໆ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
Editor: ຕະວັນ ແສງສະຫວັນ.