ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫົວພັນ ໂດຍລວມແລ້ວຍັງສືບຕໍ່ຂະຫຍາຍຕົວດີ ໂດຍສະເພາະບັນດາໂຄງການລົງທຶນຂອງລັດ ແມ່ນມີບາດກ້າວຂະຫຍາຍຕົວຂຶ້ນ ແລະສາມາດຍາດໄດ້ຜົນສຳເລັດຈຳນວນໜຶ່ງທີ່ສໍາຄັນ ໃນ 6 ເດືອນ ຕົ້ນປີ 2017 ນີ້ ສາມາດປະຕິບັດການສັ່ງຈ່າຍໄດ້ທັງໝົດ 219 ໂຄງການ ເປັນມູນຄ່າ 99,48 ຕື້ກີບ.
ອີງຕາມຂໍ້ມູນຈາກພະແນກແຜນການ ແລະ ການລົງທຶນແຂວງຫົວພັນ ໃຫ້ຮູ້ວ່າ: ໃນປີ 2017 ນີ້ແຂວງຫົວພັນໄດ້ຮັບທຶນ 236 ໂຄງການ ເປັນມູນຄ່າ ທັງໝົດ 323,09 ຕື້ກີບ (ມູນຄ່າທີ່ສະພາແຫ່ງຊາດອະນຸມັດປີ 2017) ເປັນທຶນພາຍໃນ 121,49 ຕື້ກີບ ແລະ ທຶນຕ່າງປະເທດ 201,60 ຕື້ກີບ. ໃນນີ້: ມີໂຄງການສະເໜີໃໝ່ 16 ໂຄງການເປັນມູນຄ່າ 5,30 ຕື້ກີບ, ໂຄງການສືບຕໍ່ 132 ໂຄງການ ມູນຄ່າ 96,82 ຕື້ກີບ, ໂຄງການຊໍາລະໜີ້ສິນ 84 ໂຄງການ ມູນຄ່າ 18,88 ຕື້ກີບ, ມີໂຄງການທຶນສົມທົບຕ່າງປະເທດ 4 ໂຄງການເປັນ ມູນຄ່າ 0,49 ຕື້ກີບ.
ຜ່ານການຈັດຕັ້ງປະຕິບັດສັ່ງຈ່າຍໃນ 6 ເດືອນຕົ້ນປີສາມາດສັ່ງ ຈ່າຍໄດ້ທັງໝົດ 219 ໂຄງການ ເປັນມູນຄ່າ 99,48 ຕື້ກີບ (ທຶນພາຍໃນ) ໃນນີ້: ບ້ວງທຶນປົກກະຕິມີທັງໝົດ 151 ໂຄງການມູນຄ່າ ລວມຂອງໂຄງການ 7.11 ຕື້ກີບ ສະພາແຫ່ງຊາດອະນຸມັດໃນປີ 2017 ໃນມູນຄ່າ 284,53 ຕື້ ກີບ ເປັນທຶນຕ່າງປະເທດ 201,60 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດ ສາມາດສະຫຼຸບສັ່ງຈ່າຍໄດ້ທັງໝົດ 139 ໂຄງການ ເປັນມູນຄ່າ: 63,69 ຕື້ກີບ (ສະເພາະທຶນພາຍໃນ) ທຽບໃສ່ແຜນການປີ ປະຕິບັດໄດ້ 94% ຂອງຈໍານວນໂຄງການບ້ວງທຶນພັດທະນາເມືອງໃໝ່ ເມືອງ ກວັນ: ມີທັງໝົດ 18 ໂຄງການ ເປັນມູນຄ່າ 570,25 ຕື້ກີບ ສະພາແຫ່ງຊາດອະນຸມັດມູນຄ່າ 23,71 ຕື້ກີບ, ສາມາດປະຕິບັດການສັ່ງຈ່າຍໄດ້ 17 ໂຄງການ ເປັນມູນຄ່າ 21,48 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 91%.
ສ່ວນບ້ວງທຶນພັດທະນາຊົນນະບົດ ແລະ ລົບລ້າງມີ 37 ໂຄງການເປັນມູນຄ່າທັງໝົດ 320,23 ຕື້ກີບ ສະພາແຫ່ງຊາດອະນຸມັດມູນຄ່າ 11,29 ຕື້ກີບ, ສາມາດປະຕິບັດການສັ່ງຈ່າຍໄດ້ 36 ໂຄງການ ເປັນມູນຄ່າ11,14 ຕື້ກີບ ເທົ່າກັບ 98,67% ແຜນການປີ ນອກນີ້ ຍັງມີບ້ວງທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນ ຊຶ່ງມີທັງໝົດ 30 ໂຄງການ ມູນຄ່າ 174,37 ຕື້ກີບ, ສະພາແຫ່ງຊາດ ອະນຸມັດໃນປີ 2017 ເປັນມູນຄ່າ: 3,57 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດສາມາດສະຫຼຸບການສັ່ງຈ່າຍ ໄດ້ 27 ໂຄງການ ເປັນມູນຄ່າ 3,17 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 88,79%.
ຂອບໃຈຂໍມູນຈາກຫນັງສືພິມ ເສດຖະກິດ-ສັງຄົມ
Editor: ຕະວັນ ແສງສະຫວັນ