ນ້ຳໃຈຈາກຫລາຍພາກສ່ວນ ຍັງລັ່ງໄຫລໃຫ້ການຊ່ວຍເຫຼືອປະຊາຊົນບ້ານອາຊິງໃຕ້, ເມືອງສະໝ້ວຍ, ແຂວງສາລະວັນ ຢ່າງຕໍ່ເນື່ອງ ຫລັງຈາກກ່ອນຫນ້ານີ້ບ້ານດັ່ງກ່າວປະສົບເຫດໄຟໄຫມ້ເຮືອນປະຊາຊົນ ຈຳນວນ 33 ຫລັງ ເພາະສະນັ້ນ, ນ້ຳໃຈຈາກຫຼາຍພາກສ່ວນບໍ່ວ່າຈະເປັນພາກລັດ, ເອກະຊົນ, ບໍລິສັດ, ຫ້າງຮ້ານຕ່າງໆ ທັງພາຍໃນແຂວງ, ຕ່າງແຂວງ ແລະ ພີ່ນ້ອງທົ່ວປະເທດ ໄດ້ແຜ່ນ້ຳໃຈເປັນວັດຖຸສິ່ງຂອງ ແລະ ເງິນຈຳນວນໜຶ່ງ ເຂົ້າຊ່ວຍເຫຼືອ.
ມາໃນວັນທີ 29 ກໍລະກົດ ທີ່ຜ່ານມານີ້ ຢູ່ຫ້ອງວ່າການປົກຄອງເມືອງສະໝ້ວຍ, ແຂວງ ສາລະວັນ ບໍລິສັດຈະເລິນສະຫວັນກໍ່ສ້າງຂົວທາງ ຈຳກັດ ຮ່ວມກັບ ສິດເກົ່າໂຮງຮຽນອຸດົມເລກ 4 ແຂວງສະຫວັນນະເຂດ ແລະ ທະນາຄານ ຮ່ວມພັດທະນາ (JDB) ໜ່ວຍບໍລິການສາລະວັນ ໄດ້ມອບເຄື່ອງ ແລະ ເງິນຊ່ວຍເຫຼືອປະຊາຊົນເປັນຕົ້ນມີ: ເຂົ້າສານ - ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ເຄື່ອງຄົວເຮືອນ ແລະ ອື່ນໆ ມີມູນຄ່າລວມທັງໝົດ 24 ລ້ານກວ່າກີບ ແລະ ທະນາຄານ ຮ່ວມພັດທະນາໜ່ວຍບໍລິການ ແຂວງສາລະວັນ ກໍ່ໄດ້ມອບເງິນຈຳນວນ 5 ລ້ານກີບ. ໃຫ້ກຽດມອບໂດຍ: ທ່ານ ແກ້ວສົມບູນ ດວງໂພທິສານ, ປະທານບໍລິສັດ ຈະເລິນສະຫວັນກໍ່ສ້າງຂົວທາງ ຈຳກັດ ແລະ ທ່ານ ຈັນທະລາ ດວງມະລາວັນ, ຫົວໜ້າທະນາຄານ ຮ່ວມພັດທະນາໜ່ວຍບໍລິການສາລະວັນ ແລະ ຕ່າງໜ້າກຸ່ມສະມາຄົມສະຫວັນນະເຂດ, ແລະ ໃຫ້ກຽດຮັບໂດຍ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ປະທານຕ້ານແລ້ງຕ້ານຖ້ວມຂັ້ນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກແຂວງ, ເມືອງເຂົ້າຮ່ວມ.
Editor: ດາວໄຊ ສີວິໄລ