ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງ ແມ່ - ເດັກ ຄກມດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ປະຈໍາປີ 2017 ຂຶ້ນໃນເມື່ອບໍ່ດົນນີ້ ທີ່ໂຮງແຮມແລນມາກ ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງ ແມ່-ເດັກ, ມີພ້ອມດ້ວຍຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ - ເດັກ ທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເພື່ອປັບປຸງກົງຈັກການຈັດຕັ້ງຂອງຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ - ເດັກ ແຕ່ລະຂັ້ນ ການຜັນຂະຫຍາຍວິໄສທັດຮອດປີ 2030 ແລະ ຍຸດທະສາດແຫ່ງຊາດເພື່ອຄວາມສະເໝີພາບ ຍິງ - ຊາຍ ແລະ ຍຸດທະສາດແຫ່ງຊາດວຽກງານແມ່ ແລະ ເດັກ ໄລຍະ 10 ປີ ແຕ່ 2016-2025 ແລະ ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ - ຊາຍ 5 ປີ ຄັ້ງທີ III ແລະ ແຜນດຳເນີນງານແຫ່ງຊາດວຽກແມ່ ແລະ ເດັກ ໄລຍະ 5 ປີ 2016-2020 ແຜນດໍາເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກໃນ ສປປ ລາວ ໄລຍະ 2014 - 2020 ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງ ຄກມດ ແຕ່ລະຂັ້ນ ການສ້າງກົດໝາຍວ່າດ້ວຍຄວາມສະເໝີພາບ ຍິງ - ຊາຍ ຮ່າງບົດລາຍງານສະບັບທີ 2 - 3 ຂອງອະນຸສັນຍາວ່າດ້ວຍການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກຳລັງປະກອບອາວຸດ ອະນຸສັນຍາວ່າດ້ວຍການຄ້າຂາຍເດັກ ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ.
ພ້ອມນັ້ນ ກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2017 ທິດທາງແຜນການ 6 ເດືອນທ້າຍປີ 2017 ແລະ ແຜນການປະຈໍາປີ 2018 ການແຈ້ງການມາເຮັດວຽກຂອງຜູ້ລາຍງານພິເສດຂອງ ສປຊ ດ້ານສິດທິມະນຸດ ຮັບຜິດຊອບວຽກການຄ້າຂາຍເດັກການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ໃນເດືອນພະຈິກ 2017 ແລະ ບັນຫາສຳຄັນອື່ນໆທີ່ກ່ຽວຂ້ອງ.
ທ່ານ ສອນໄຊ ສີພັນດອນ ໄດ້ຊີ້ນຳຕໍ່ກອງປະຊຸມ ໄດ້ເນັ້ນໃຫ້ປັບປຸງກົງຈັກການຈັດຕັ້ງຂອງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງ ແມ່ - ເດັກ ແຕ່ລະຂັ້ນໃຫ້ສຳເລັດໂດຍໄວ ຈັດຕັ້ງຜັນຂະຫຍາຍວິໄສທັດຮອດປີ 2030 ແຜນຍຸດທະສາດແຫ່ງຊາດ 10 ປີ ແລະ ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ - ຊາຍ ແລະ ວຽກແມ່ ແລະ ເດັກ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ພ້ອມທັງຮັບປະກັນໃຫ້ມີປະສິດທິຜົນສູງ ເອົາໃຈໃສ່ປະຕິບັດພັນທະຂອງລັດພາຄີຕໍ່ບັນດາສົນທິສັນຍາ ແລະ ຖະແຫຼງການຂອງພາກພື້ນ ແລະ ສາກົນ ໂດຍເຊື່ອມເຂົ້າວຽກຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ໄດ້ໝາກຜົນສູງ ພ້ອມນີ້ ຍັງໄດ້ເນັ້ນໜັກ ໃຫ້ທຸກພາກສ່ວນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງ ແລະ ຜັນຂະຫຍາຍໃຫ້ເປັນວຽກລະອຽດຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.
Editor: ດາວໄຊ ສີວິໄລ