ແຫລ່ງຂ່າວທ້ອງຖີ່ນ ເມືອງອາດສະພອນ ໄດ້ລາຍງານມາວ່າ: ໃນວັນທີ 28 ກໍລະກົດ 2017 ທີ່ຜ່ານມານີ້ ພໍ່ແມ່ປະຊາຊົນບ້ານກາງທ່າ, ເຂດຈຸດສຸມໂນນມີໄຊ. ເມືອງອາດສະພອນ. ແຂວງສະຫວັນນະເຂດ, ໄດ້ສາມັກຄີກັນສ້ອມແປງເສັ້ນທາງ ທີ່ເປ້ເພເສຍຫາຍ ສາເຫດຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເສັ້ນທາງຫຼາຍເສັ້ນພາຍໃນເມືອງເປ້ເພເສຍຫາຍ ແລະ ພົບຄວາມຫຍຸ້ງຍາກຕໍ່ການເດີນທາງສັນຈອນໄປ-ມາ
ສະນັ້ນ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໄດ້ຮ່ວມແຮງຮ່ວມໃຈ ສາມັກຄີ ສ້ອມແປງເສັ້ນທາງສະເພາະຢູ່ບ້ານກາງທ່າ ໂດຍມີ ທ່ານ ສົມນຶກ ແກ້ວສີຖາທິລາດ ກຳມະການພັກເມືອງ ຫົວໜ້າຈຸດສຸມໂນນມີໄຊ ເປັນຜູ້ນຳພາ-ຊີນຳ ພ້ອມດ້ວຍອໍານາດການປົກຄອງບ້ານ, ປກສ ກຸ່ມ 8 ແລະ ພໍ່ແມ່ປະຊາຊົນບ້ານດັ່ງກ່າວ ການສ້ອມແປງຄືນເສັ້ນທາງດັ່ງກ່າວ ແມ່ນໄດ້ນຳໄມ້ມາລຽນລຳກັນ ຍາວ ປະມານ 170 ແມັດ, ກວ້າງ 3 ແມັດ, ໃຊ້ເວລາສ້ອມແປງ 1 ວັນເຕັມ, ແລະ ມີແຮງງານທັງໝົດ 93 ຄົນ/ຍິງ 35 ຄົນ, ເຊີ່ງມັນໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄິ ລະຫວ່າງ ປະຊາຊົນ ດ້ວຍກັນ, ເມື່ອພົບພໍ້ບັນຫາ ຫລື ອຸປະສັກ ກໍ່ພ້ອມກັນແກ່ໄຂ ສຳລັບການສ້ອມແປງເສັ້ນທາງໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊົນ ພາຍໃນບ້ານ ແລະ ບ້ານອ້ອມຂ້າງ ໄດ້ສັນຈອນໄປມາສະດວກສະບາຍຂື້ນກວ່າເກົ່າ.
Editor: ກຳປານາດ ລັດຖະເຮົ້າ