ໃນວັນທີ 1 ສິງຫາ 2017 ນີ້, ທີ່ສຳນັກງານຫ້ອງວ່າການປົກຄອງ ນະຄອນຫລວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ການອຸປະຖຳ ບູລະນະຮັກສາ ສວນສາທາລະນະ 3 ແຫ່ງ ໃນນະຄອນຫລວງວຽງຈັນ ຈາກ ບໍລິສັດ ເບຍລາວ ຈຳກັດ, ຄື: ສວນອະນຸສອນສະຖານເຈົ້າຟ້າງຸ່ມ, ສວນວົງວຽນ 450 ປີ, ແລະ ສວນວົງວຽນ ຈີນາຍໂມ້. ເຊີ່ງພິທີມອບ-ຮັບ ຄັ້ງນີ້ ໃຫ້ກຽດເປັນປະທານ ຮັບໂດຍ ທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ແລະ ມອບໂດຍ ທ່ານ ສູນທອນ ສີລິສັກ ຮອງຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ໂດຍຊ່ອງຫນ້າ ຈາກພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ແລະ ສື່ມວນຊົນ ກໍ່ເຂົ້າຮ່ວມ.
ການມອບ-ຮັບ ການອຸປະຖຳ ຈາກບໍລິສັດ ເບຍລາວ ໃນຄັ້ງນີ້ ໃນການບູລະນະ ຮັກສາ ສວນສາທາລະນະ 3 ແຫ່ງ ຄື: ສວນອະນຸສອນສະຖານ ເຈົ້າຟ້າງຸ່ມ, ສວນວົງວຽນ 450 ປີ ແລະ ສວນວົງວຽນຈິນາຍໂມ້ ແມ່ນເປັນໄລຍະ ທີ 3 ໃນມູນຄ່າທັງໝົດ 1 ຕື້ 400 ລ້ານກີບ ຫລື ( ຫນື່ງພັນ ສີ່ຮ້ອຍ ລ້ານກີບ.) ມີໄລຍະເວລາ 5 ປີ ເຊີ່ງເລີ່ມ ນັບແຕ່ເດືອນກໍລະກົດ 2017 ໄປຈົນເຖິງ ເດືອນກໍລະກົດ 2022
ເຊີ່ງກ່ອນຫນ້ານີ້ ບໍລິສັດ ເບຍລາວ ຈຳກັດ ແມ່ນໄດ້ໃຫ້ການອຸປະຖຳ ມາແລ້ວ 2 ໄລຍະ ຄື: ໄລຍະທີ 1 ແຕ່ປີ 2007-2011 ໄດ້ໃຫ້ການສະຫນັບສະຫນູນໃນການບູລະນະຮັກສາ ສວນອານຸສອນສະຖານ ເຈົ້າຟ້າງຸ່ມ ເປັນໄລຍະ 5 ປີ, ມູນຄ່າລວມ 1 ຕື້ 217 ລ້ານ ກວ່າກີບ, ແລະ ໄລຍະ ທີ 2 ນັບແຕ່ ປີ 2012-2017 ໄລຍະ 5 ປີ ເຊັ່ນດຽວ ໂດຍໄດ້ສຶບຕໍ່ສະຫນັບສະຫນູນ ສວນ ທັງ 3 ແຫ່ງ ຄື: ສວນເຈົ້າຟ້າ, ສວນວົງວຽນ 450 ປີ, ສວນວົງວຽນຈີນາຍໂມ້ ມູນຄ່າທັງໝົດ 1 ຕື້ 727 ລ້ານກ່ວາກີບ. ນອກຈາກນັ້ນ ຍັງໄດ້ມີການປະກອບສ່ວນຖັງຂີ້ເຫຍື່ອ ຈຳນວນ 150 ຖັງ ໃນມູນຄ່າ 112 ລ້ານກວ່າກີບ. ເພື່ອປະກອບສ່ວນເຂົ້າໃນຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມ ຂອງຕົວເມືອງວຽງຈັນ, ແລະ ອີກຫລາຍໆວຽກງານທີ່ໄດ້ປະກອບສ່ວນຢ່າງເຕັມທີ່ໃນສັງຄົມ.
Editor: ກຳປານາດ ລັດຖະເຮົ້າ