ສາຍດ່ວນ 1519 ຂອງກະຊວງການເງິນ ແມ່ນອີກຊ່ອງທາງຫນຶ່ງ ໃນການຮັບຟັງບັນດາຂໍ້ສະເໜີ ຕ່າງໆ ຂອງປະຊາຊົນ ຫລື ພາກສ່ວນຕ່າງໆ ໃນສັງຄົມ ແລະ ຜ່ານມາ ກໍ່ມີການສະເຫນີ ຜ່ານສາຍດ່ວຍ 1519 ວ່າໃຫ້ມີນະໂຍບາຍ ສໍາລັບ ພະນັກງານບໍານານ ໃນການເສຍຄ່າບໍລິການ ເຂົ້າ-ອອກ ຢູ່ດ່ານພາສີຂົວມິດຕະພາບ 1 ວຽງຈັນ-ຫນອງຄາຍ. ນອກຈາກນັ້ນ, ຍັງມີຂໍ້ສະເໜີກ່ຽວກັບການເກັບລາຍຮັບ ພາສີດ້ວຍລະບົບອີເລັກໂຕນິກ ຢູ່ບັນດາດ່ານພາສີສາກົນ ຄວນມີການຕິດຕາມ ກວດກາຢ່າງໃກ້ຊິດ ເພື່ອບໍ່ໃຫ້ເກີດ ມີຊ່ອງຫວ່າງການຮົ່ວໄຫລ.
ຕໍ່ກັບກໍລະນີ ດັ່ງກ່າວ, ກະຊວງການເງິນ ໄດ້ຊີ້ແຈງດັ່ງນີ້, ໃນການເສຍຄ່າບໍລິການ ເຂົ້າ-ອອກ ຢູ່ດ່ານພາສີ ຂົວມິດຕະພາບ 1 ໄດ້ມີນະໂຍບາຍຍົກເວັ້ນຄ່າທໍານຽມ ສໍາລັບ ຜູ້ນໍາໃຊ້ໜັງສືເດີນທາງ (Pass port), ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 15 ປີ, ຜູ້ເຖົ້າທີ່ມີອາຍຸແຕ່ 65+ ປີຂຶ້ນໄປ, ນັກບວດ, ຜູ້ເສຍອົງຄະ, ຄົນເສຍຈິດ ແລະ ຜູ້ທີ່ເດີນທາງໄປປິ່ນປົ່ວພະຍາດ ເຂົ້າ-ອອກ ເປັນລັກສະນະປະຈໍາ ແມ່ນຈະບໍ່ເກັບຄ່າທຳນຽມ ເຊິ່ງການຈັດເກັບຄ່າທໍານຽມ ແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຕ່າງປະເທດ ແມ່ນໄດ້ຈັດຕັ້ງປະຕິບັດ ຕາມອັດຕາທີ່ໄດ້ລະບຸ ໃນລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ຜ່ານມາ ໃນຂອບເຂດທົ່ວປະເທດ.
ສ່ວນວ່າ ການຕິດຕາມການຈັດເກັບລາຍຮັບພາສີ ຢູ່ບັນດາດ່ານພາສີສາກົນ ດ້ວຍລະບົບອີເລກໂຕນິກ ກົມພາສີ ໄດ້ຕິດຕາມຢ່າງປົກກະຕິ ແບບ (Real Time) ຢູ່ສູນກາງ, ການຮັບເງິນ ແມ່ນໄດ້ຜ່ານລະບົບທະນາຄານ, ໂດຍນໍາໃຊ້ລະບົບ Smart Tax ເຊິ່ງມີຄວາມຮັບປະກັນ ແລະ ໂປງໃສ ໃນການຈັດຕັ້ງປະຕິບັດ
ນອກຈາກນີ້, ຫາກທ່ານໃດ ມີຂໍ້ຄິດເຫັນ ກ່ຽວກັບບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການເກັບພາສີ, ການເງີນ-ການທະນາຄານ ຫລື ບັນຫາຕ່າງໆ ສາມາດສອບຖາມ ມາທີ່ເບີສາຍດ່ວນ 1519 ຂອງກະຊວງການເງີນໄດ້ ຕາມໂມງເວລາລັດຖະການ.
Editor: ກຳປານາດ ລັດຖະເຮົ້າ